ສັນຍານໜ້າປະເອີບໃຈໃຫ້ແກ່ການສົ່ງອອກໄມ້ຂອງ ຫວຽດນາມ

(VOVWORLD) - ໃນເດືອນ ມັງກອນ 2024, ໄມ້ ແລະ ບັນດາຜະລິດຕະພັນຈາກໄມ້ ແມ່ນສິນຄ້າປະເພດໜຶ່ງດຽວໃນຂົງເຂດກະສິກຳຂອງ ຫວຽດນາມ ບັນລຸວົງເງິນສົ່ງອອກລື່ນລະດັບ 1 ຕື້ USD.
ສັນຍານໜ້າປະເອີບໃຈໃຫ້ແກ່ການສົ່ງອອກໄມ້ຂອງ ຫວຽດນາມ - ảnh 1ງານຕະຫຼາດນັດສາກົນເຄື່ອງສິລະປະຫັດຖະກຳສົ່ງອອກຂອງ ຫວຽດນາມ
(ພາບ: ຄະນະຈັດຕັ້ງງານຕະຫຼາດນັດ)

        ວັນທີ 20 ກຸມພາ, ສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ ສາຂານະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ, ໃນເດືອນ ມັງກອນ 2024, ໄມ້ ແລະ ບັນດາຜະລິດຕະພັນຈາກໄມ້ ແມ່ນສິນຄ້າປະເພດໜຶ່ງດຽວໃນຂົງເຂດກະສິກຳຂອງ ຫວຽດນາມ ບັນລຸວົງເງິນສົ່ງອອກລື່ນລະດັບ 1 ຕື້ USD. ນີ້ແມ່ນສັນຍານທີ່ໜ້າປະເອີບໃຈໃຫ້ແກ່ຂະແໜງໄມ້ ພາຍຫຼັງການເຕີບໂຕເປັນລົບໃນປີ 2023.

        ເພື່ອແນໃສ່ສົ່ງເສີມການຄ້າ, ຊອກຮູ້ ແລະ ຕອບສະໜອງຄວາມຕ້ອງການທີ່ນັບມື້ນັບສູງຂຶ້ນຂອງລູກຄ້າສາກົນ, ສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ ສາຂານະຄອນ ໂຮ່ຈີມິນ ໄດ້ສົມທົບກັບສະຫະສະມາຄົມເຄື່ອງວັດຖຸກໍ່ສ້າງ ຫວຽດນາມ ຈັດງານຕະຫຼາດນັດສາກົນເຄື່ອງສິລະປະຫັດຖະກຳສົ່ງອອກຂອງ ຫວຽດນາມ ຄັ້ງທີ 15 (VIFA EXPO 2024). ງານຕະຫຼາດນັດຈະຈັດຂຶ້ນແຕ່ວັນທີ 26 – 29 ກຸມພາ ຢູ່ນະຄອນ ໂຮ່ຈີມິນ. ປະຈຸບັນ, ມີວິສາຫະກິດກວ່າ 600 ແຫ່ງຈົດທະບຽນເຂົ້າຮ່ວມ, ໃນນັ້ນ, ເກືອບ 50% ແມ່ນວິສາຫະກິດສາກົນ, ມາຈາກ 17 ປະເທດ ແລະ ເຂດແຄ້ວນ.

        ແລະກໍ່ຢູ່ນະຄອນ ໂຮ່ຈີມິນ, ວັນທີ 20 ກຸມພາ, ຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ, ໄລ່ຮອດວັນທີ 20 ກຸມພາ, ມີວິສາຫະກິດຫຼາຍກວ່າ 98% ຢູ່ບັນດາເຂດອຸດສາຫະກຳ, ເຂດຜະລິດ ແລະ ອຸດສາຫະກຳເຕັກໂນໂລຊີສູງຂອງນະຄອນໄດ້ກັບຄືນສູ່ເຄື່ອນໄຫວພາຍຫຼັງພັກບຸນເຕັດປີມະໂລງ.

ຕອບກັບ

ຂ່າວ/ບົດ​ອື່ນ