(ພາບປະກອບ: vnthoisu.bplaced.net)
(vovworld) – ຕອນເຊົ້າວັນທີ 18/7, ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງ 60 ປີແຫ່ງວັນເຊັນສັນຍາເຊີແນວກ່ຽວກັບການຢຸດຕິສົງຄາມຢູ່ຫວຽດນາມ (20/7/1954-20/7/2014) ຢ່າງສົມກຽດ. ເຂົ້າຮ່ວມພິທີມີທ່ານເລຂາທິການໃຫ່ຍຫວຽນຟູຈ້ອງ, ປະທານປະເທດເຈືອງເຕິນຊາງ, ບັນດາການນຳພັກ, ລັດ, ນັກປະຕິວັດຜູ້ອາວຸໂສ, ຜູ້ຕາງໜ້າອົງການທູຕານຸທູດ ແລະ ສະມາຊິກເຂົ້າຮ່ວມກອງປະຊຸມເຊີແນວປີ 1954 ຈຳນວນໜຶ່ງ.
ອ່ານສູນທອນພົດທີ່ພິທີ, ທ່ານປະທານປະເທດເຈືອງເຕິນຊາງ ຢືນຢັນວ່າ, ການເຊັນສັນຍາເຊີແນວ ກ່ຽວກັບການຢຸດຕິສົງຄາມຢູ່ຫວຽດນາມ ແມ່ນຂີດໝາຍປະຫວັດສາດທີ່ສຳຄັນໃນການຕໍ່ສູ້ອັນຍືດເຍື້ອຍາວນານ, ທຸກຍາກລຳບາກຂອງປະຊາຊົນຫວຽດນາມ ເພື່ອຍາດເອົາເອກະລາດ, ເສລີພາບໃຫ້ແກ່ປະເທດຊາດໃນສັດຕະວັດທີ 20:
“ການເຊັນສັນຍາແມ່ນໄຊຊະນະອັນໃຫ່ຍຫຼວງ, ມີຄວາມໝາຍສຳຄັນທີ່ສຸດຂອງລັດສາທາລະນະລັດປະຊາທິປະໄຕຫວຽດນາມ. ເປັນຄັ້ງທຳອິດທີ່ຝະລັ່ງ ແລະ ແຕ່ລະປະເທດເຂົ້າຮ່ວມກອງປະຊຸມ ໄດ້ໃຫ້ຄຳໝັ້ນສັນຍາເຄົາລົບອະທິປະໄຕ, ຄວາມເປັນເອກະລາດ, ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນ, ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງຫວຽດນາມ. ໄຊຊະນະຂອງສັນຍາເຊີແນວ ແມ່ນໄຊຊະນະຂອງນ້ຳໃຈຮັກຊາດ, ຂອງແນວທາງການປະຕິວັດ, ຕໍ່ຕ້ານທີ່ຖືກຕ້ອງຂອງປະທານໂຮຈິມິນ. ເປັນຄັ້ງທຳອິດພື້ນຖານການທູດປະຕິວັດຫວຽດນາມ ໄດ້ກ້າວຂຶ້ນເວທີສາກົນ. ໄຊຊະນະເຊີແນວກໍ່ແມ່ນໄຊຊະນະຂອງນ້ຳໃຈສາມັກຄີສາກົນ“.
ພາຍຫຼັງ 30 ປີແຫ່ງການປະຕິບັດກິດຈະການປ່ຽນແປງໃໝ່, ຫວຽດນາມ ບັນລຸໄດ້ຫຼາຍຜົນງານອັນໃຫ່ຍຫຼວງ, ມີຄວາມໝາຍປະຫວັດສາດ. ແຕ່ປະເທດຊາດກໍ່ພວມຢືນຢູ່ຕໍ່ໜ້າບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການ, ພິເສດແມ່ນສະພາບລະເມີດ ແລະ ຂັດແຍ້ງດ້ານອະທິປະໄຕຢູ່ທະເລຕາເວັນອອກ. ສະພາບການດັ່ງກ່າວຮຽກຮ້ອງທົ່ງພັກ, ທົ່ວປວງຊົນຕ້ອງສາມັກຄີກັນ, ນຳໃຊ້ບັນດາບົດຮຽນປະຫວັດສາດຢ່າງມີຫົວຄິດປະດິດສ້າງ, ໃນນັ້ນມີບົດຮຽນຈາກກອງປະຊຸມເຊີແນວ ປີ 1954:
“ກ່ຽວກັບການຕ່າງປະເທດ, ສືບຕໍ່ການຊີ້ນຳຢ່າງຮອບດ້ານ ແລະ ເອກະພາບຂອງພັກ. ສືບຕໍ່ຮັກສາແນວທາງການຕ່າງປະເທດເອກະລາດ, ເປັາເຈົ້າຕົນເອງ, ສັນຕິພາບ, ຮ່ວມມືພ້ອມກັນພັດທະນາ; ຕໍ່ສູ້ໂດຍບໍ່ຜ່ອນສັນຜ່ອນຍາວຕໍ່ບັນດາກຳລັງລະເມີດເອກະລາດ, ອະທິປະໄຕ, ເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຫວຽດນາມ ພ້ອມທັງຍຶດໝັ້ນແຜນນະໂຍບາຍແກ້ໄຂທຸກການຂັດແຍ້ງດ້ວຍມາດຕະການໂດຍສັນຕິວິທີ“.
ທ່ານປະທານປະເທດເຈືອງເຕິນຊາງ ຢືນຢັນວ່າ, ນັບແຕ່ດົນນານມາແລ້ວ, ຫວຽດນາມ ແມ່ນຊາດຮັກຫອມສັນຕິພາບແຕ່ສັນຕິພາບຕ້ອງຕິດພັນກັບເອກະລາດ, ອະທິປະໄຕ, ເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນ:
“ສະເຫຼີມສະຫຼອງ 60 ປີແຫ່ງວັນເຊັນສັນຍາເຊີແນວ, ຫວຽດນາມ ເດັດດ່ຽວຮັກສາຫຼັກໝັ້ນ, ແນວຄິດການທູດຂອງປະທານໂຮ່ຈິມິນ ສະແດງອອກໃນເອກະສານຝາກເຖິງ ສປຊ ແລະ ລັດຖະບານປະເທດຕ່າງໆພາຍຫຼັງວັນທີ 2/9/1945. ປະຊາຊົນຫວຽດນາມ ປາດຖະໜາຢາກມີສັນຕິພາບແຕ່ປະຊາຊົນຫວຽດນາມ ກໍ່ເດັດດ່ຽວຕໍ່ສູ້ຈົນສຸດຄວາມສາມາດ ເພື່ອປົກປັກຮັກສາບັນດາສິດທີ່ສັກກະລະບູຊາທີ່ສຸດ; ຜືນແຜ່ນດິນອັນຄົບຖ້ວນໃຫ້ແກ່ປະເທດຊາດ ແລະ ຄວາມເປັນເອກະລາດໃຫ້ແກ່ປະເທດຊາດ“./.