ສັນທະປະປາ ສົ່ງສານສັນຕິພາບເນື່ອງໃນໂອກາດປີໃໝ່ສາກົນ
(VOVWORLD) - ວັນທີ 1 ມັງກອນ, ສັນທະປະປາ Francis ໄດ້ສົ່ງຄຳອວຍພອນດີງາມທີ່ສຸດຕໍ່ສັນຕິພາບ ແລະ ຄວາມສະຫງົບສຸກໃນປີໃໝ່ 2021.
ສັນທະປະປາ Francis (ພາບ: AP) |
ຕາມສັນທະປະປາ Francis ແລ້ວ, ບັນດາເຫດການທີ່ເຈັບໃຈ ເຮັດໃຫ້ຫລາຍຄົນເສຍຊີວິດ ໂດຍສະເພາະແມ່ນໃນໄລຍະເກີດໂລກລະບາດ, ໄດ້ນຳມາເຊິ່ງບົດຮຽນກ່ຽວກັບຄວາມຈຳເປັນ ຕ້ອງໄດ້ເອົາໃຈໃສ່ ແລະ ແບ່ງປັນນຳກັນ. ສັນທະປະປາກໍ່ມີຄວາມວິຕົກກັງວົນເປັນພິເສດກ່ຽວກັບສະພາບການຢູ່ ເຢແມນ, ເຊິ່ງແມ່ນປະເທດທີ່ເກີດການປະທະກັນໃນຕະຫລອດ 6 ປີຜ່ານມາ.