ສິ້ນສຸດກອງປະຊຸມທົ່ວປະເທດກ່ຽວກັບວຽກງານສື່ຂ່າວກັບຕ່າງປະເທດປີ 2011

ສິ້ນສຸດກອງປະຊຸມທົ່ວປະເທດກ່ຽວກັບວຽກງານສື່ຂ່າວກັບຕ່າງປະເທດປີ 2011 - ảnh 1
ຜູ້ແທນເຂົ້າຮ່ວມກອງປະຊຸມ
(ພາບ: chinhphu.vn )

( vovworld ) – ​ ​ວັນ​ທີ 4/4, ຢູ່ທີ່​ຮ່າ​ໂນ້ຍ, ​​ໄດ້​ດຳ​ເນີນ​ວາລະ​ອັດ​ກອງ​ປະ​ຊຸມ​ທົ່ວ​ປະ​ເທດ​​ສະຫຼຸບ​ສື່ຂ່າວກັບ​ຕ່າງປະ​ເທດ, ​ໂຄສະນາ​ທະ​ເລ, ​​ໝູ່ເກາ​ະ ​ແລະ ຂີດ​ເສັ້ນ​ຊາຍ​ແດນປັກ​ຫຼັກ​ໝາຍ​ຊາຍ​ແດນ​ປີ 2011; ຜັນ​ຂະ​ຫຍາ​ຍໜ້າ​ທີປີ 2012. ກ່າວ​ຄຳ​ເຫັນ​ສະຫຼຸບ​ກອງ​ປະຊຸມ, ທ່ານ Dinh The Huynh ກຳ​ມະ​ການ​ກົມ​ການ​ເມືອງ, ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ​, ຫົວໜ້າ​ຄະນະ​ຊີ້​ນຳ​ວຽກ​ງານ​ສື່ຂ່າວກັບ​ຕ່າງປະ​ເທດ ​ໄດ້​ເນັ້ນ​ໜັກ​ວ່າ: ກ່ອນ​ອື່ນ​ໝົດ, ​ໃນ​ປີ 2012 ຕ້ອງ​ຊາບ​ຊຶມ​ເນື້ອ​ໃນ​ຂອງ​ກົມ​ການ​ເມືອງກ່ຽວ​ກັບ “ ຍຸດທະ​ສາດ​ພັດທະນາ​ສື່ຂ່າວກັບ​ຕ່າງປະ​ເທດ​ໄລຍະ 2011 – 2020 ” ​ເຖິງ​ບັນດາ​ຄະນະ, ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ, ບັນດາ​ອົງການສື​ມວນ​ຊົນ​ ​ແລະ ບັນດາ​ອົງການ​ຕາງ​ໜ້າຂອງ​ຫວຽດນາມ ປະຈຳ​ຕ່າງ​ປະ​ເທດ. ກ່ຽວ​ກັບ​ບັນດາ​ເຫດການ​ສຳຄັນ​ຍິ່ງຂອງ​ປະ​ເທດ​ຊາດ, ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ​​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ຫວຽ​ດນາມ ​ແລະ ​ປະ​ເທດຕ່າງໆ​​ແມ່ນ​ຕ້ອງ​ສຸມ​ໃສ່​ໂຄສະນາ​ຢ່າງ​ເລິກ​ເຊິ່ງ ​ແລະ ກວ້າງ​ຂວາງ, ​ເພີ່ມ​ທະວີ​ການ​ສົມທົບ​​ລະຫວ່າງ​ບັນດາອົງການ​ຖະ​ແຫຼ​ງຂ່າວ, ຍູ້​ແຮງ​ການ​ແລກປ່ຽນ, ສົມທົບ​ກັນ​ລະຫວ່າງວຽກ​ງານ​ສື່ຂ່າວ​ພາຍ​ໃນປະ​ເທດ ​ແລະ ສື່ຂ່າວ​ກັບຕ່າງປະ​ເທດ. ທ່ານ Dinh The Huynh ກໍ​ຢືນຢັນ​ວ່າ ຄວນ​ສືບ​ຕໍ່​ເປີດ​ກວ້າງສື່​ຂ່າວກັບ​ຕ່າງປະ​ເທດ, ​ໂຄສະນາ​ກ່ຽວ​ກັບ​ທະ​ເລ, ​ໝູ່ເກາະ ​ແລະ ຂີດ​ເສັ້ນ​ຊາຍ​ແດນ ​ແລະ ປັກ​ລັກ​ໝາຍຊາຍ​ແດນ​ທາງບົກ, ຄຽງ​ຂ້າງ​ນັ້ນ​​ເປີດ​ກວ້າງ​ການ​ຮ່ວມ​ມື​ກັບ​ສຳນັກ​ຂ່າວສານ, ສື​ມວນ​ຊົນ​ທີ່​ມີ​ຊື່​ສຽງ​ພາຍ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ ​ແລະ ບັນດາ​ນັກ​ຂ່າວ​ຕ່າງປະ​ເທດ​ປະຈຳ​ຫວຽດນາມ. ພ້ອມ​ກັນ​ນັ້ນ, ຄວນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ວຽກງານ​ຕໍ່ສູ້​ຕ້ານ​ຖ້ອຍ​ທຳນອງ​ທີ່​ເປັນ​ປໍ​ລະ​ປັກ, ບັນດາ​ຂໍ້​ມູນ​ຂ່າວ ​ແລະ ທັດສະນະ​ຜິດພາດເສກ​ສັນ​ປັ້ນ​ແຕ່ງ​ແນວທາງ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ​ຫວຽດນາມ, ​ໂດຍ​ສະ​ເພາະ​ແມ່ນ​ອະທິປະ​ໄຕ​ເສັ້ນ​ຊາຍ​ແດນ​ແຫ່ງ​ຊາດ, ກ່ຽວກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ກ່ຽວກັບບັນດາ​ບັນຫາ​ຊົນ​ເຜົ່າ, ປະຊາທິປະ​ໄຕ, ສິດ​ທິ​ມະນຸດ​ຄວນ​ໄດ້​ຮັບ​ການ​​ເພີ່ມ​ທະວີ​ເພື່ອ​ບໍ່​ໃຫ້​ຂາດ​ຄວາມ​ມີສະຖຽນ​ລະ​ພາບ​ດ້ານ​ການ​ເມືອງພາຍ​ໃນ​ປະ​ເທດ, ທີ່​ສົ່ງ​ຜົນ​ສະທ້ອນ​ບໍ່​ດີ​ເຖິງ​ສາ​ຍພົວພັນ​ມິດຕະພາບ​ລະຫວ່າງ​ຫວຽດນາມ ກັບ​ບັນດາ​ປະ​ເທດ​ໃນ​ໂລກ.

ຂ່າວ/ບົດ​ອື່ນ