ສິ້ນສຸດການເຈລະຈາTPP-ບາດກ້າວສຳຄັນແນໃສ່ເພີ່ມທະວີການພົວພັນເສດຖະກິດຫວຽດນາມ-ອາເມລິກາ
ທ່ານປະທານາທິບໍດີ ອາເມລິກາ Obama ພົບປະກັບຜູ້
ຕາງໜ້າບັນດາປະເທດສະມາຊິກ TPP ໃນວັນທີ 6.10.2015
(ພາບ: laodong.com.vn)
(vovworld) – ວັນທີ 8/10, ທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ Ted Osius ປະກາດສິ້ນສຸດການເຈລະຈາສັນຍາຄູ່ຮ່ວມມືຂ້າມ ປາຊີຟິກ (TPP). ໃນນັ້ນ, ທ່ານເອກອັກຄະລັດຖະທູດ Ted Osius ຝາກຄຳອວຍພອນບັນດາຄະນະເຈລະຈາ ທີ່ໄດ້ເຮັດວຽກໃນໄລຍະຍາວ ເພື່ອໃຫ້ວິວັດການເຈລະຈາສັນຍາຄູ່ຮ່ວມມືຂ້າມ ປາຊີຟິກ ບັນລຸຜົນສຳເລັດໃນວັນທີ 5/10 ຜ່ານມາ. ທ່ານເອກອັກຄະລັດຖະທູດ ເນັ້ນໜັກວ່າ: “ ດ້ວຍຜົນງານປະທັບໃຈນີ້, ອາເມລິກາ ແລະ ຫວຽດນາມ ພ້ອມແລ້ວທີ່ຈະກາຍເປັນຄູ່ຮ່ວມມືໃນກຸ່ມການຄ້າ ທີ່ຕາງໜ້າໃຫ້ເກືອບ 40% GDP ທົ່ວໂລກ. TPP ແມ່ນສັນຍາການຄ້າສົມດຸນ, ຮອບດ້ານ ແລະ ມີມາດຖານສູງ. ມັນສະແດງໃຫ້ເຫັນບາດກ້າວສຳຄັນ ເພື່ອແນໃສ່ເພີ່ມທະວີການພົວພັນເສດຖະກິດລະຫວ່າງ 2 ປະເທດ ຫວຽດນາມ - ອາເມລິກາ ກໍຄືຊຸກຍູ້ການພົວພັນ 2 ຝ່າຍໃນປີສະເຫຼີມສະຫຼອງ 20 ປີແຫ່ງການສ້າງສາຍພົວພັນ ຫວຽດນາມ - ອາເມລິກາ ເປັນປົກກະຕິ”. ທ່ານເອກອັກຄະລັດຖະທູດ ສະແດງຄວາມປາດຖະໜາວ່າ, ອາເມລິກາ ຢາກຮ່ວມມືກັບບັນດາຄູ່ຮ່ວມມືຢູ່ ຫວຽດນາມ ແລະ ບັນດາປະເທດສະມາຊິກ TPP ອື່ນໆ ເພື່ອປະຕິບັດສັນຍາປະຫວັດສາດນີ້.