ສືບຕໍ່ກອງປະຊຸມຂອງບັນດາກຸ່ມປະຕິບັດງານແລະອະນຸກຳມະການເວທີປາໄສຮ່ວມມືເສດຖະກິດອາຊີ - ປາຊີຟິກ

ສືບຕໍ່ກອງປະຊຸມຂອງບັນດາກຸ່ມປະຕິບັດງານແລະອະນຸກຳມະການເວທີປາໄສຮ່ວມມືເສດຖະກິດອາຊີ - ປາຊີຟິກ - ảnh 1
ຜູ້​ແທນ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ APEC ເຂົ້າ​ຮ່ວມກອງ​ປະ​ຊຸມ SCCP
(ພາບ: TTXVN)

(vovworld) - ​​​ວັນ​ທີ 22/02, ຢູ່ນ​ະ​ຄອນ​ຍາ​ຈາງ, ແຂວງ​ແຄ໋​ງ​ຮ່​ວາ, ບັນ​ດາ​ຜູ້​ແທ​ນ​ໄດ້​ເຂົ້​າ​ຮ່ວມກອງ​ປະ​ຊຸມ​ບັນ​ດາ​ເຈ​ົ້າ​ໜ້າ​ທີ່​ຂັ້ນ​ສ​ູງ​ເວ​ທີ​ປາ​ໄສ​ຮ່ວມ​ມື​ເສດ​ຖະ​ກິດ​ອາ​ຊ​ີ - ປາ​ຊີ​ຟິກ ຄັ້ງ​ທີ 1 (SOM1) ແລະ ບັນ​ດາ​ກອງ​ປະ​ຊຸມ​ທີ່​ກ່ຽວ​ຂ້ອງ ໄດ້​ກ້າວ​ເຂົ້າ​ສ​ູ່ມ​ື​້ເຮັດ​ວຽກ​ທີ່ 5 ດ້ວຍ​ບັນ​ດາ​ກອງ​ປະ​ຊຸມ​ໃນ​ຂອບ​ເຂດ​ຂອງ​ກຸ່ມ​ປະ​ຕິ​ບັດ​ງານ ແລະ ອະ​ນຸ​ກຳ​ມະ​ການ​ເວ​ທີ​ປາ​ໄສ​ຮ່ວມ​ມື​ເສດ​ຖະ​ກິດ​ອາ​ຊີ - ປາ​ຊີ​ຟິກ ກ່ຽວ​ກັບ​ລະ​ບຽບ​ການ​ພາ​ສີ (SCCP), ການ​ຕ້ານກໍ່​ການ​ຮ້າຍ (CTWG), ກຸ່ມ​ປະ​ຕິ​ບັດ​ງານ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອມ​ມະ​ນຸດ (HRDWG), ຄະ​ນະ​ກຳ​ມະ​ການ​ການ​ຄ້າ ແລະ ການ​ລົງ​ທຶນ (CTI), ກຸ່ມ​ຊີ້​ນຳ​ກ່ຽວ​ກັບ​ການ​ຄ້າ​ເອ​​ເລັກ​ໂຕ​ນິກ (ECSG), ເວ​ທີ​ປາ​ໄສ​ປ່ຽນ​ໃໝ່​ວິ​ທະ​ຍາ​ສາດ ແລະ ຊີ​ວິດ​ການ​ເປັນ​ຢູ່ (LSIF), ກຸ່ມ​ປະ​ຕິ​ບັດ​ວຽກ​ງານ​ກ່ຽວ​ກັບ​ກົດ​ໝາຍ ແລະ ນະ​ໂຍ​ບາຍ​ແກ່ງ​ແຍ້ງ (CPLG).

        ແລະ​ກໍ​ໃນ​ວ​ັນ​ທ​ີ 22/02, ເພື່ອ​ກະ​ກຽ​ມ​ໃຫ້​ກອງ​ປະ​ຊຸມ​ຂັ້ນ​ຮອງ​ລັດ​ຖະ​ມົນ​ຕີ​ການ​​ເງິນ ແລະ ຮອງ​ຜູ້​ວ່າ​ການ​ທະ​ນາ​ຄານ​ສູນ​ກາງເວ​ທີ​ປາ​ໄສ​ຮ່ວມ​ມື​ເສດ​ຖະ​ກິດ​ອາ​ຊີ - ປາ​ຊີ​ຟິກ ເຊິ່ງ​ຖືກ​ດຳ​ເນີນ​ຢູ່​ຍາ​ຈາງ, ກົມ​ໃຫ​ຍສ່ວຍ​ສາ​ອາ​ກອນ (ກະ​ຊວງ​ການ​ເງິນ) ໄດ້​ເປັນ​ປະ​ທານກອງ​ປະ​ຊຸມ​ສຳ​ມະ​ນາ “ຜັນ​ຂະ​ຫຍ​າຍ​​ໂຄງ​ການ​​​ດຳ​ເນີນ​ງານ​ຊອ​ກ​ຫາ​ມາ​ດ​ຕະ​ການ​ປ້ອງ​ກັນ​ການ​ວາງ​ແຜນ​ພາ​ສີ ແລະ ເຄື່ອນ​ຍ້າຍຜົນກຳ​ໄລ (BEPS) ໃນເວ​ທີ​ປາ​ໄສ​ຮ່ວມ​ມື​ເສດ​ຖະ​ກິດ​ອາ​ຊີ - ປາ​ຊີ​ຟິກ”. ທີ່ກອງ​ປະ​ຊຸມ, ບັນ​ດາ​ຜູ້​ແທນ​ໄດ້​ສຸມ​ໃສ່​ປຶກ​ສາ​ຫາ​ລື​ບັນ​ດາ​ບັນ​ຫາ​ຜັນ​ຂະ​ຫຍາຍ​ໂຄງ​ການດຳ​ເນີນ​ງານ​ BEPS ໃຫ້​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ສະ​ມາ​ຊິກ ເວ​ທີ​ປາ​ໄສ​ຮ່ວມ​ມື​ເສດ​ຖະ​ກິດ​ອາ​ຊີ - ປາ​ຊີ​ຟິກ; ພິ​ເສດ​ແມ່ນ​ລົງ​ເລິກ​​ປຶກ​ສາ​ກ່ຽວ​ກັບບັນ​ດາ​ມາດ​ຕະ​ຖານ​​ໂດຍ​ພື້ນ​ຖານ, ເຄື່ອງ​ມື​ຫຼາຍ​ຝ່າຍ.

        ກ່ອນ​ໜ້ານັ້ນ, ວັນ​ທີ 21/02, ບັນ​ດາ​ຜູ້​ແທນ APEC ໄດ້​ຈັດ​ກອງ​ປ​ະ​ຊຸມ​ເປັນ 9 ຄັ້ງ​ໃນ​ຂອບ​ເຂດ​ບັນ​ດາ​ກຸ່ມ​ປະ​ຕິ​ບັດ​ງານ ແລະ ອະ​ນຸ​ກຳ​ມະ​ການ APEC ກ​ຸ່ມ​ນັກ​ຊ່ຽວ​ຊານ​ກ່ຽວ​ກັບ​ການ​ຕ້ານ​ການຄ​້າ​ຂາຍ​ໄມ້​ຢ່າງ​ຜິດ​ກົດ​ໝາຍ (EGILAT)… ໃນ​ມື້​ເຮັດ​ວຽກ​ນີ້, ກຸ່ມ HRDWG ໄດ້​ຈັດ​ກອງ​ປະ​ຊຸມ 3 ກອງ​ໃນ​ເວ​ລ​າດຽວ​ກັນ​ກ່ຽວ​ກັບບັນ​ດາ​ເຄືອ​ຂ່າຍ​​ການ​ຍົກ​ສູງ​ກຳ​ລັງ, ການ​ສຶກ​ສາ ແລະ ປົກ​ປ້ອງ​ຄົນ​ງານ. ກ່າວ​ຄຳ​ເຫັນ​ທີ່ກອງ​ປ​ະ​ຊຸມ​ເຄືອ​ຂ່າຍ​ການ​ສຶກ​ສາ, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສຶກ​ສາ ແລະ ບຳ​ລຸງ​ສ້າງ​ຫວຽດ​ນາມ ຟ້າມ​ແມ້​ງ​ຮ​ຸ່ງ ໄດ້​ຢືນ​ຢັນ​ວ່າ “ຍາມ​ໃດ​ຫວຽດ​ນາມ ກ່​ໍ​ຖື​ການ​ສຶກ​ສາ​ເປັນ​ພື້​ນ​ຖານ​ສຳ​ຄັນ​ເພື່ອ​ກ​ໍ່​ສ້າງ ແລະ ພັດ​ທະ​ນາ​ແຫຼ່​ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ຈາກນັ້ນ​ກໍ່ຊຸກຍ​ູ້​ບັນ​ດາ​ການ​ເຄື່ອນ​ໄຫວ​​ຢ່າງມີ​ຫົວ​ຄິດ​ປະ​ດິ​ດ​ສ້າງ ແລະ ປ່ຽນ​​ແປງໃໝ່”, ພ້ອມ​ທັງ​ຍົກ​ອອກ​ບັນ​ດາ​ຜົນ​ງານ​ກ່ຽວ​ກັບ​ການ​ປ່ຽນ​​ແປງໃໝ່​ກາ​ນ​ສຶກ​ສາ​ຂອງ​ຫວຽດ​ນາມ ໃນ​ໄລ​ຍະ​ຜ່ານ​ມາ.

        ກຸ່ມ​ນັ​ກ​ຊ່ຽວ​ຊານ​ກ່ຽວ​ກັບ​ການ​ຕ້ານ​ການຂຸດ​ຄົ້​ນ ແລະ ຄ​້າ​ຂາຍ​ໄມ້​ຢ່າງ​ຜິດ​ກົດ​ໝາຍ (EGILAT) ແລະ ​ອະ​ນຸ​ກຳ​ມະ​ການມາດຕະ​ຖານ ແລະ ​​ປະ​ຕິ​ບັດຖືກ​ຕ້ອງ​ຕາມມາດ​ຕະ​ຖານ (SCSC) ໄດ້​ສິ້ນ​ສຸດກອງ​ປະ​ຊຸມ​ຄົບ​ຄະ​ນະ​ເປັນ​ຄັ້ງ​ທຳ​ອິດ​ຂອງ​ປີນີ້ ແລະ ຮັບ​ຮອງ​ເອົາ​ບັນ​ດາ​ແຜນ​ງານ​ວຽກ​ງານ​ຂອງ​ປີ 2017. ກອງ​ປະ​ຊຸມ EGILAT ຄັ້ງ​ນີ້​ມີ​ຄວາມ​ໝາຍ​ສຳ​ຄັນ​ເມື່ອ​ມີ​ບາງສະ​ມາ​ຊິກ​​ພວ​ມ​ດັບ​ປັບ​​ລະ​ບົບ​ກົດ​ໝາຍ​ກ່​ຽ​ວ​ຂ້ອງ​ເຖິງ​ລັກ​ສະ​ນະ​ຖືກ​​ຕ້ອງຕາມ​ກົດໝາຍ​ຂອງ​ບັນ​ດາ​ຜະ​ລິດ​ຕະ​ພັນໄມ້. ທີ່ກອງ​ປະ​ຊຸມ, ທ່ານ​ຮອງ​ຫົວ​ໜ້າ​ກົມ​ໃຫຍ່ປ່າ​ໄມ້ຫວຽດ​ນາມ ຫງວຽນ​ວັນ​ຮ່າ ໄດ້​ຢືນ​ຢັນ​ຄວາມ​ຕັດ​ສິນ​ໃຈ​ ແລະ ບັນ​ດາ​ຜົນ​ງານ​ເຊິ່ງ​ຫວຽດ​ນາມ ບັນ​ລຸ​ໄດ້​ໃນ​ການ​ສະ​ກັດ​ກັ້ນ​ການ​ຕັດ​ໄມ້, ທຳ​ລາຍ​ປ່າ, ປະ​ຕິ​ບັດ​ກົດ​ໝາຍ, ປູກ​ຕົ້ນ​ໄມ້​ຢູ່​​ເຂດພູ​ຫົວ​ໂລນ​ດິນ​ເ​ປົ່າ​ວ່າງໃນ​ໄລ​ຍະ​ຜ່ານ​ມາ​ຂອງ​ຫວຽດ​ນາມ, ຜ່ານນັ້ນ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ປົກ​ປັ​ກ​ຮັກ​ສາ​ສິ່ງ​ແວ​ດ​ລ້ອມ, ອະ​ນຸ​ລັກ​ຮັກ​ສາ​ຊີ​ວະ​ນາໆ​ພັນ​.

        ໃນ​ຂະ​ນະ​ນັ້ນ, ກອງ​ປະ​ຊຸມ SCSC ໄດ້​​ສຸມ​ໃສ່​ປຶ​ກ​ສາ​ຫາ​ລື​ບັນ​ດາ​ມາດ​ຕະ​ການ​ຊຸກ​ຍູ້​​ການ​ສ້າງ​ບັນ​ດາ​ມາດ​ຕະ​ຖານ​ຂອງ​ບັນ​ດາ​ສະ​ມາ​ຊິກ APEC ​ໃຫ້​ກົມ​ກຽວ​ເມື່ອ​ທຽບ​ໃສ່​ມາດ​​ຖານ​ສາ​ກົນ.

        ແລະ​ກໍໃນ​ວັນ​ທີ 21/02, ບັນ​ດາ​ຜູ້​ແທ​ນ​ໄດ້​ເຂົ້າ​ຮ່ວມ ແລະ ປຶກ​ສາ​ຫາ​ລື​ກ່ຽວ​ກັບກົດ​ໝາຍ ແລະ ນະ​ໂຍ​ບາຍ​ແກ່ງ​ແຍ້ງ (CPLG) ແລະ ວັນ​ທີ 21/02 ກໍ່​ແມ່ນມື້​ເຮັດ​ວ​ຽກ​ທຳ​ອິດ​ ຂອງ​ກຸ​່ມ​ຕ້ານ​ການກໍ່​ການ​ຮ້າຍ (CTWG).

ຂ່າວ/ບົດ​ອື່ນ