ສືບຕໍ່ກອງປະຊຸມຄັ້ງທີ 5 ກຸ່ມທີ່ປຶກສາ AIPA

ສືບຕໍ່ກອງປະຊຸມຄັ້ງທີ 5 ກຸ່ມທີ່ປຶກສາ AIPA - ảnh 1
ກອງ​ປະຊຸມ​ຄັ້ງ​ທີ 5 ກຸ່ມ​ທີ່​ປຶກສາສະມັດຊາລັດຖະສະພາ
ລະຫວ່າງຊາດອາຊຽນ (AIPA Caucus 5) ​ຢູ່​ແຂວງ ​ເລີມ​ດົງ
(ພາບ: sggp.org.vn)


(vovworld) - ຄື​ດັ່ງ​ທີ່​ໄດ້​ໃຫ້​ຂ່າວ​ໄປ​ແລ້ວ, ວັນ​ທີ 13/05, ​ກອງ​ປະຊຸມ​ຄັ້ງ​ທີ 5 ກຸ່ມ​ທີ່​ປຶກສາສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ (AIPA Caucus 5) ສືບ​ຕໍ່​ດຳ​ເນີນຢູ່​ແຂວງ ​ເລີມ​ດົງ. ກອງປະຊຸມ​ໄດ້​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ກວ່າ 60 ທ່ານ ທີ່​ມາ​ຈາກ 9 ລັດຖະສະພາ​ສະມາຊິກ AIPA, ຄະນະ​ເລຂາ AIPA, ຄະນະ​ເລຂາ​ອາ​ຊຽນ ​ເພື່ອ​ພ້ອມ​ກັນພິຈາລະນາ​ໝາກຜົນ​ແຫ່ງ​ການ​ປະຕິ​ບັດ​ບັນດາ​ມະຕິ​​ເຊິ່ງໄດ້​ຮັບ​ການ​ຮັບ​ຮອງ​ເອົາ​ທີ່​ກອງ​ປະຊຸມ​ໃຫຍ່ AIPA ຄັ້ງ​ທີ 33, ພ້ອມ​ທັງ​ປຶກສາ​ຫາລື​ກ່ຽວ​ກັບ 2 ຂົງ​ເຂດ​ສຳຄັນ​ຂອງ​ພາກ​ພື້ນ​ ແລະ ທົ່ວ​ໂລກ ກ່ຽວກັບການ​ເຕີບ​ໂຕ​ຂຽວ ​ແລະ ຫລຸ​ກຜ່ອນ​ຄວາມທຸກ​ຍາກ​ເພື່ອ​ການ​ພັດທະນາ​ຢ່າງ​ໝັ້ນຄົງ ​ແລະ ກໍ​ໃນ​ຂອບ​ເຂດ​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ຈະ​ປຶກສາ​ຫາ​ລື​​ເພື່ອສະ​ເໜີ​ຄວາມ​ສາມາດ​ເຮັດ​ໃຫ້ກົດໝາຍ​ຢູ່​ພາກ​ພື້ນ​ທີ່​ກ່ຽວຂ້ອງ​ເຖິງ​ບັນດາ​ເນື້ອ​ໃນ​ນີ້​ມີ​ຄວາມ​ກົມກຽວ​ກັນ.

    ກ່ອນ​ໜ້າ​ນັ້ນ, ຕອນ​ຄໍ່າ​ວັນ​ທີ 12/05, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ ​ໄດ້​​ໃຫ້​ການຕ້ອນຮັບ​ຫົວໜ້າ​ຄະນະ​ຜູ້​ແທນ​ບັນດາ​ປະ​ເທດ, ບັນດາ​ອົງການ​ສາກົນ​ທີ່​ເຂົ້າ​ຮ່ວມ AIPA Caucus 5. ຕາງ​ໜ້າ​ໃຫ້​ສະພາ​ແຫ່ງ​ຊາດ​ຫວຽດນາມ, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ກອງ​ປະ​ຊຸມ​ຄັ້ງ​ນີ້​ຈະ​ໄດ້​ຮັບ​ການ​ປະກອບສ່ວນ​ຢ່າງ​ມີ​ປະສິດທິ​ຜົນ, ຄວາມ​ຮັບ​ຜິດຊອບ​ຂອງ​ບັນດາ​ຜູ້​ແທນ​ ແລະ ຂໍ້​ສະ​ເໜີ​ຢ່າງ​ແທດ​ຈິງເພື່ອ​ໃຫ້ກອງ​ປະຊຸມ AIPA ຄັ້ງ​ທີ 34 ຈະ​ມາ​ເຖິງ​ພິຈາລະນາ ​ແລະ ຕົກລົງ.

ຂ່າວ/ບົດ​ອື່ນ