ສືບຕໍ່ການເຈລະຈາ ສັນຍາການຄ້າເສລີ ຫວຽດນາມ - ສເກົາຫລີ

ສືບຕໍ່ການເຈລະຈາ ສັນຍາການຄ້າເສລີ ຫວຽດນາມ - ສເກົາຫລີ  - ảnh 1
ທ່ານ Vu Huy Hoang ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ແລະ ຕ້ອນຮັບຄະນະຜູ້ແທນກະຊວງການ​ຕ່າງປະ​ເທດ ​ແລະ ການ​ຄ້າ ສເກົາຫລີ
ພາບ: tinmoi.com


(vovworld) -  ວັນ​ທີ 6/8 ຢູ່ ຮ່າ​ໂນ້ຍ, ທ່ານ Vu Huy Hoang ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ ​ແລະ ທ່ານ Bark Tae Ho ລັດຖະມົນຕີ​ການ​ຕ່າງປະ​ເທດ ​ແລະ ການ​ຄ້າ ສ​າທາ​ລະນະ​ລັດ ​ເກົາຫລີ (ສ ​ເກົາຫລີ)​ໄດ້​ຖະ​ແຫລ​ງຢ່າງ​ເປັນ​ທາງ​ການຈະສືບ​ຕໍ່​ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ ຫວຽດນາມ - ສ​ເກົາຫລີ ​ເພື່ອ​ປະຕິບັດ​ຄຳ​ໝັ້ນ​ສັນຍາ​ຂອງ​ການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ. ລັດຖະມົນຕີ​ທັງ​ສອງ​ທ່ານ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກັນຈະ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ​ໃຫ້​ສອດ​ຄອ່ງກັບ​ບັນດາ​ຫລັກການ​ຂອງ​ອົງການ​ການ​ຄ້າ​ໂລກ ​ແລະ ປັບປຸງ​ບັນດາ​ຄຳ​ໝັ້ນ​ສັນຍາ​ໃນ​ສັນຍາ​ການ​ຄ້າ​ເສລີ ອາ​ຊຽນ - ສ​ ​​ເກົາຫລີ. ສອງ​ຝ່າຍ​ໄດ້​ເຫັນ​ດີ​ຂອບ​ເຂດ ​ແລະ ຂົງ​ເຂດ​ປັບປຸງ​ຂອງ​ສັນຍາ​ຈະ​ລວມມີ: ການ​ຄ້າ, ບໍລິການ, ການ​ລົງທຶນ, ບັນດາ​ຫລັກການ​ຮ່ວມ​ມື​ເສດຖະກິດ ​ແລະ​ບັນຫາ​ຕ່າງໆ​ຊຶ່ງ​ທັງ​ສອງ​ຝ່າຍ​ຕ່າງ​ກໍ​ມີ​ຄວາມ​ສົນ​ໃຈ. ສອງ​ຝ່າຍ​​ໄດ້​ເຫັນ​ດີ​ຈະ​ຈັດ​ການ​ເຈລະຈາ​ຮອບ​ທຳ​ອິດ​ເພື່ອ​ປຶກສາ​ຫາລື​ລະອຽດ​ກ່ຽວ​ກັບ​ຂອບ​ເຂດ ​ແລະ ຂົງ​ເຂດ​ປັບປຸງ​ຂອງ​ສັນຍາ, ອົງ​ປະກອບ ​ແລະ ວິ​ທີ​ການ​ເຈລະຈາ.

ຂ່າວ/ບົດ​ອື່ນ