ສືບຕໍ່ຄຳໝັ້ນສັນຍາຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງ ຫວຽດນາມ -ລາວ ຢ່າງມີປະສິດທິຜົນ

ສືບຕໍ່ຄຳໝັ້ນສັນຍາຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງ ຫວຽດນາມ -ລາວ ຢ່າງມີປະສິດທິຜົນ - ảnh 1
ກອງ​ປະ​ຊຸມ ຄັ້ງ​ທີ 39 ຄະ​ນະ​ກຳ​ມະ​ການ​
ລະ​ຫວ່າງ​ລັດ​ຖະ​ບານ ຫວຽດ​ນາມ - ລາວ

(vovworld)  - ຕອນ​ບ່າຍ​ວັນ​ທີ 8/2, ທ່ານ ທອງ​ລູນ  ສີ​ສຸ​ລິດ ນາ​ຍົກ​ລັດ​ຖະ​ມົນ​ຕີ ປະ​ເທດ ສາ​ທາ​ລະ​ນະ​ລັດປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ ​ລາວ ເດີນ​ທາງ​ກັບ​ເມື່ອ​ປະ​ເທດ​ພາຍຫຼັງ​ເຂົ້າ​ຮ່ວມ ແລະ ເປັນ​ປະ​ທານ​ຮ່ວມ ກອງ​ປະ​ຊຸມ ຄັ້ງ​ທີ 39 ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ ຫວຽດ​ນາມ - ລາວ ທີ່ດຳ​ເນີນ​ຢູ່​ຮ່າ​ໂນ້ຍ ແຕ່​ວັນ​ທີ 7-8/2/2017. ໃນ​ເວ​ລາ​ເຮັດ​ວຽກ​ຢູ່​ຫວຽດ​ນາມ, ທ່ານ ທອງ​ລູນ  ສີ​ສຸ​ລິດ ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້ເຂົ້າຢ້ຽມຂ່ຳນັບ: ທ່ານ ຫງວຽນ​ຟູ໋​ຈ້ອງ ເລ​ຂາ​ທິ​ການ​ໃ​ຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມຸ​ນິດ​ ຫວຽດ​ນາມ, ທ່ານ ເຈີ່ນ​ດ້ານກວາງ ປະ​ທານ​ປະ​ເທດ​ຫວຽດ​ນາມ; ພົບ​ປະ ທ່ານ​ນາງ ຫງວຽນ​ທິ​ກິມ​ເງີນ ປະ​ທານ​ສະ​ພາ​ແຫ່ງ​ຊາດ. ທ່ານ ຫງວຽນ​ຊວນ​ຟູ໋ກ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ແລະ ທ່ານ ທອງ​ລູນ ສີ​ສຸ​ລິດ ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ໄດ້​ເປັນ​ປະ​ທານ​ຮ່ວມ ກອງ​ປະ​ຊຸມ ຄັ້ງ​ທີ 39 ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ ຫວຽດ​ນາມ - ລາວ. ທີ່​ບັນ​ດາການ​ພົບ​ປະ, ສຳ​ພັດ​ລະ​ຫວ່າງການ​ນຳ​ຂັ້ນ​ສູງ​ສອງ​​ປະ​ເທດ, ສອງ​ຝ່າຍ​ຢືນ​ຢັນ​ຈະພ້ອມ​ກັນ​ຮັກ​ສາ, ເພີ່ມ​ພູນ​ຄູນ​ສ້າງ, ເສີ່ມ​ຂະ​ຫຍາຍ ແລະ ສືບທອດໃຫ້ຄົນລຸ້ນຫລັງ ກ່ຽວ​ກັບ ການ​ພົວ​ພັນ​ສາ​ມັກ​ຄີ​ພິ​ເສດ ຫວຽດ​ນາມ - ລາວ. ສອງ​ຝ່າຍ​ຕີ​ລາ​ຄາ​ສູງ​ບັນ​ດາ​ໝາກ​ຜົນ​ສຳ​ຄຳ​ຂອງກອງ​ປະ​ຊຸມ​ຄັ້ງ​ທີ 39 ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງລັດ​ຖະ​ບານ ຫວຽດ​ນາມ - ລາວ, ພ້ອມ​ທັງໃຫ້ຄຳ​ໝັ້ນ​ສັນ​ຍາ​ຜັນ​ຄະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ຂັ້ນ​ສູງ​ສອງ​ປະ​ເທດ ແລະ​ບັນ​ດາ​ສັນ​ຍາ​​ຮ່ວມ​ມື​ລະ​ຫວ່າງ ສອງ​ລັດ​ຖະ​ບ່ານ ກໍ່​ຄື​ບັນ​ດາ​ເນື້ອ​ໃນ​ເຊີ່ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສອງ​ທ່ານໄດ້ເຫັນ​ດີ​ເປັນ​ເອ​ກະ​ພາບ​ທີ​ກອງ​ປະ​ຊຸມ​ຄັ້ງ​ທີ 39 ຢ່າງ​ມີ​ປະ​ສິດ​ທິ​ຜົນ, ປະ​ກອບ​ສ່ວນ​​ປະ​ຕິ​ບັດ​ແຜນ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ລັດ​ຖະ​ບ່ານ ປີ 2017 ຢ່າງ​ມີ​ໄຊ. ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ສຸມ​ໃສ່​ປະ​ຕິ​ບັດ​ຄຳ​ສັ່ງຊີ້​ນຳ​ຂອງ​ສອງ​ກົມ​ການ​ເມືອງ​ໃຫ້​ດີ, ຊຸກ​ຍູ້​ການ​ພົວ​ພັນດ້ານການ​ເມືອງ - ການ​ທຸດ - ​ການປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ການ​ລົງ​ທຶນ, ການ​ຄ້າ, ​ເປິດກວ້າງ​​ການ​ຮ່ວມ​ມືກໍ່​ສ້າງ​ແຫຼ່ງຊັບພະຍາກອນມະນຸດ, ການລົງ​ທຶນ​ບັນ​ດາ​ໂຄງ​ການພື້ນຖານໂຄງລ່າງຄົມມະນາ​ເຊື່ອມ​ຕໍ່​ສອງ​ປະ​ເທດ, ຮ່ວມ​ມື​ຄຸ້ມ​ຄອງ​ນຳ​ໃຊ້​ແຫຼ່ງ​ນຳ້ ແລະ ບັນ​ດາ​ແຫຼ່ງ​ຊັບ​ປະ​ຍາ​ກອນ​ທຳ​ມະ​ຊາດ​ແບບຍືນຍົງ...,ພ້ອມ​ກັນ​ຕັດ​ສິນ​ໃຈ​ຈັດ​ຕັ້ງ  “ປີ​ສາ​ມັກ​ຄີ​ມິດ​ຕະພາບ ຫວຽດ​ນາມ - ລາວ 2017​ ເປັນຢ່າງ​ດີ”, ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ຄົບ​ຮອບ  55 ປີ ແລະ ວັນ​ເຊັນສົນ​ທິ​ສັນ​ຍາມິດ​ຕະ​ພາບ ແລະ ການຮ່ວມ​ມື​ຫວຽດ​ນາມ - ລາວ ຄົບ​ຮອບ 40 ປີ. ບົນຈິດໃຈໄວ້​ເນື້ອ​ເຊື່ອ​ໃຈ​ເຊີ່ງ​ກັນ​ແລະ​ກັນ, ສອງ​ປະ​ເທດສະ​ໜັບ​ສະ​ໜູນ ແລະ ຮ່ວມ​ມືເປັນ​ຢ່າງ​ດີ ທີ່​ບັນ​ດາ​ອົງ​ການ​ຈັດ​ຕັ້ງ, ເວ​ທີ​ປະ​ໃສ່​ສາ​ກົນ ແລະ ​ພາກ​ພື້ນ.

       ​ພາຍຫຼັງ​ກອງ​ປະ​ຊຸມ, ທ່ານ ຫງວຽນ​ຊວນ​ຟູ໋​ກ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ແລະ ທ່ານ ທອງ​ລູນ ສີ​ສຸ​ລິດ ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ ໄດ້​ເປັນສັດ​ຂີ​ພິ​ຍາມ​ພິ​ທີ​ລົງ​ນາມ  ໃນເອ​ກະ​ສານ​ຮ່ວມ​ມື​ 4 ສະ​ບັບ​ ແລະ ເປັນ​ປະ​ທານ​ຮ່ວມ​​ໃນການ​ພົບ​ປະ​ກັບສື່ມວນຊົນແຈ້ງໝາກ​ຜົນ ຂອງກອງ​ປະ​ຊຸມ​ຄັ້ງ​ທີ 39 ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ ຫວຽດ​ນາມ - ລາວ ແລະ ເຂົ້າ​ຮ່ວມ ພິ​ທີມອບນາມມະຍົດອັນ​ສູງ​ສົ່ງ ຂອງ​ລັດ​ຖະ​ບ່ານ​ສອງ​ປະ​ເທດ ໃຫ້​ໝູ່ຄະ​ນະ ແລະ ​ບຸກ​ຄົນທີ່​ເຮັດ​ວຽກ​ຢູ່​ຫ້ອງ​ການ​ສຳ​ນັກ​ງານ​ຄ​ະ​ນະກຳ​ມະ​ການ​ການ​ຮ່ວມ​ມື​ສອງ​ປະ​ເທດທີ່ມີ​ຜົນງານໃນໄລ​ຍະປີ 2012 – 2015.

ຕອບກັບ

ຂ່າວ/ບົດ​ອື່ນ