ສືບຕໍ່ຊຸກຍູ້ການພົວພັນຮ່ວມມືປ້ອງກັນປະເທດຫວຽດນາມ-ອາເມລິກາ


ສືບຕໍ່ຊຸກຍູ້ການພົວພັນຮ່ວມມືປ້ອງກັນປະເທດຫວຽດນາມ-ອາເມລິກາ - ảnh 1
ທ່ານ​ພົນ​ໂທ ຫງວຽນ​ຈີ໋ວີ້ງ, ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ພົນ​ເຮືອ​ເອກ Samuel J. Locklear
(ພາບ: Trọng Đức /TTXVN)

(vovworld) – ທີ່​ສຳນັກງານ​ກະຊວງ​ປ້ອງ​ກັນ​ປະ​ເທດ, ຕອນ​ເຊົ້າ​ວັນ​ທີ 10/12, ທ່ານ​ພົນ​ໂທ ຫງວຽນ​ຈີ໋ວີ້ງ, ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ພົນ​ເຮືອ​ເອກ Samuel J. Locklear ​ແລະ ບັນດາ​ສະມາຊິກ​ໃນກອງບັນຊາ​ການ ປາຊີ​ຟິກ ອາ​ເມ​ລິ​ກາ, ທີ່​ພວມ​ມີ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ​. ທ່ານ​ພົນ​ໂທ ຫງວຽນ​ຈີ໋ວີ້ງ ​ເນັ້ນ​ໜັກ​ວ່າ: ກອງ​ບັນຊາ​ການ​ປາຊີ​ຟິກ ສວມ​ບົດບາດ​ສຳຄັນ​ໃນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ລະຫວ່າງ ຫວຽດນາມ ​ແລະ ອາ​ເມ​ລິ​ກາ ​ເວົ້າ​ລວມ ​ແລະ ການ​ພົວພັນ​ຮ່ວມ​ມື​ປ້ອງ​ກັນ​ປະ​ເທດ​ລະຫວ່າງ 2 ປະ​ເທດ​ເວົ້າ​ສະ​ເພາະ. ການ​ຢ້ຽມຢາມ ຫວຽດນາມ ຂອງ​ທ່ານ ພົນ​ເຮືອ​ເອກ Samuel J. Locklear ຄັ້ງ​ນີ້ ຈະ​ປະກອບສ່ວນ​ຕັ້ງໜ້າ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ, ​ຄວາມເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ​ກອງທັບ​ 2 ປະ​ເທດ. ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ຕໍ່​ບັນ​ດາ​ບາດກ້າ​ວພັດທະນາ​ອັນ​ດີງາມ​​ໃນ​ການ​ພົວພັນ​ປ້ອງ​ກັນ​ປະ​ເທດ 2 ຝ່າຍ ຫວຽດນາມ - ອາ​ເມ​ລິ​ກາ, ທ່ານພົນ​ເຮືອ​ເອກ Samuel J. Locklear ກໍ່​ຢັງ​ຢືນ​ວ່າ: ກອງ​ບັນຊາ​ການ ປາຊີ​ຟິກ ກຽ​ມພ້ອມ​ເປັນ​ເຈົ້າ​​ການໃນ​ການ​ຜັນ​ຂະຫຍາຍ, ​ເປີດ​ກ້ວາງ​ການ​ຮ່ວມ​ມື​ຕາມ​ເນື້ອ​ໃນ​ທີ່​ໄດ້​ຮັບຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຈາກ 2 ຝ່າຍ ທີ່ການ​ເຈລະຈາ​ນະ​ໂຍບາຍ​ປ້ອງ​ກັນ​ປະ​ເທດ ຫວຽດນາມ - ອາ​ເມ​ລິ​ກາ ​ເຊິ່ງ​ຈັດ​ຂຶ້ນ​ຢູ່ ອາ​ເມ​ລິ​ກາ ​ໃນ​ເດືອນ 10 ຜ່ານ​ມາ. ກ່ອນ​ໜ້າ​ນັ້ນ, ພົນ​ຕີ ຫວໍ​ວັນ​ຕ໋ວນ, ຮອງ​ຫົວໜ້າ​ເສນາ​ທິການ​ໃຫຍ່ ກອງທັບ​ປະຊາຊົນ ຫວຽດນາມ, ​ໄດ້​ເຈລະຈາ ກັບ ພົນ​ເຮືອ​ເອກ Samuel J. Locklear ກ່ຽວ​ກັບ​ການ​ຮ່ວມ​ມື​ປ້ອງ​ກັນ​ປະ​ເທດ 2 ຝ່າຍ​ລະຫວ່າງ ຫວຽດນາມ ​ແລະ ອາ​ເມ​ລິ​ກາ ​ໃນ​ໄລຍະ​ຜ່ານ​ມາ ​ແລະ ​ແລກປ່ຽນ​ບາງ​ບັນຫາ​ກ່ຽວ​ຂ້ອງ​ເຖິງ​ສະພາບ​ການ​ພາກ​ພື້ນ ​ແລະ ຢູ່​ໃນ​​ໂລກ.

 



ຂ່າວ/ບົດ​ອື່ນ