ສືບຕໍ່ຍູ້ແຮງການພົວພັນຮ່ວມມືຫວຽດນາມ-ຝຣັ່ງ

ສືບຕໍ່ຍູ້ແຮງການພົວພັນຮ່ວມມືຫວຽດນາມ-ຝຣັ່ງ - ảnh 1
​ທ່ານພົນ​ຕີ ຫວໍ​ວັນ​ຕ໋ວນ ​ຕ້ອນຮັບ​ທ່ານ T.Vankerk – Hoven
(ພາບ: ຮົ່ງຟາ)

(vovworld) – ​ຕອນ​ເຊົ້າ​ວັນ​ທີ 12/5 ຢູ່​ສຳນັກງານ​ກະຊວງ​ປ້ອງ​ກັນ​ປະ​ເທດ, ທ່ານພົນ​ຕີ ຫວໍ​ວັນ​ຕ໋ວນ ຮອງຫົວໜ້າ​ເສນາ​ທິການ​ໃຫຍ່ກອງທັບ​ປະຊາ​ຊົນ ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ T.Vankerk – Hoven, ຮອງ​ຫົວໜ້າ​ ກົມ​ຮ່ວມ​ມື​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ປ້ອງ​ກັນຊາ​ດ ຂຶ້ນ​ກັບ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ພັດທະນາ​ສາກົນ ຝຣັ່ງ ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽກ​ນາມ. ທ່ານ ຫວໍ​ວັນ​ຕ໋ວນ ​​ໄດ້​ຕີ​ລາຄາ​ສູງການ​ພົວພັນ​ດ້ານປ້ອງ​ກັນຊາ​ດ ຫວຽດນາມ - ຝຣັ່ງ​ ໃນ​ໄລຍະ​ຜ່ານ​ມາ ພັດທະນາ​​ໃນ​ບັນດາ​ຂົງ​ເຂດ​ຢ່າງ​ດີງາມ​ຄື: ການ​ສຶກສາ​ບຳລຸງ​ສ້າງ, ​ເສນາ​ຮັກ, ອຸດສາຫະກຳ​ປ້ອງ​ກັນຊາ​ດ, ກອງທັບ​ເຮືອ….ທ່ານ T.Vankerk – Hoven ຢືນຢັນ​ວ່າ: ຝຣັ່ງ ຖື​​ການ​ພົວພັນ​ຮ່ວມ​ມື​ກັບ ຫວຽດນາມ ​ເປັນ​ສຳຄັນ, ​ໃນ​ນັ້ນ​ ມີຂົງ​ເຂດ​ປ້ອງ​ກັນ​ຄວາມ​ສະຫງົບ​ປ້ອງ​ກັນຊາ​ດ. ທ່ານ​ພົນ​ຕີ ຫວໍ​ວັນ​ຕ໋ວນ ​ແລະ ທ່ານ T.Vankerk – Hoven ກໍ່​ເຫັນ​ດີ​ຖື​ວ່າ: ​ເຖິງວ່າການ​ພົວພັນ​ປ້ອງ​ກັນຊາ​ດ 2 ຝ່າຍ​ບັນລຸ​ໄດ້​​ຜົນງານຫຼາຍ​ຢ່າງກໍ່ຕາມ ​ແຕ່​ຍັງ​ບໍ່​ທັນ​ເໝາະ​ສົມ​ກັບ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ຝຣັ່ງ ​ເທື່ອ. ພ້ອມກັນ​ນັ້ນ​ທີ່​ຢັ້ງຢືນວ່າ: ຄວາມ​ສາມາດ​ບົ່ມ​ຊ້ອນ​ຮ່ວມ​ມື​ຍັງ​ໃຫຍ່​ຫລວງ​ຢູ່ ຄວນ​ສືບ​ຕໍ່​ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ໄລຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ