ສືບຕໍ່ຍູ້ແຮງການຮ່ຳຮຽນແລະປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດໂຮ່ຈີມິນ
(ພາບປະກອບ)
(vovworld) - ຕອນເຊົ້າວັນທີ 20/03 ຢູ່ນະຄອນ ເຫວ໋, ຄະນະໂຄສະນາສຶກສາສູນກາງໄດ້ຈັດຕັ້ງກອງປະຊຸມແລກປ່ຽນຖອດຖອນບົດຮຽນວຽກງານການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງກ່ຽວກັບ “ການຍູ້ແຮງການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດປະທານໂຮ່ຈີມິນ” ຢູ່ບັນດາແຂວງ, ນະຄອນເຂດພາກກາງ, ໄຕງວຽນ. ກ່າວຄຳເຫັນຊີ້ນຳກອງປະຊຸມ ທ່ານ ມາຍວັນນິງ ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງ ເນັ້ນໜັກວ່າ:
“ພວກເຮົາຈັດຕັ້ງການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດຄຸນສົມບັດແບບແຜນການດຳລົງຊີວິດປະທານ ໂຮ່ຈີມິນ ໃຫ້ກາຍເປັນວຽກງານປະຈຳ, ວຽກງານຄວາມຕື່ນຕົວຂອງຄະນະພັກ, ອົງການຈັດຕັ້ງພັກ ແລະ ຂອງພະນັກງານສະມາຊິກພັກ. ບັນຫາການຮ່ຳຮຽນແມ່ນເຮັດໄດ້ດີແລ້ວ ແຕ່ບັນຫາການປະຕິບັດຕາມ ຕ້ອງກຳນົດຂອດບຸກທະລຸ. ສ່ວນສຳລັບສ່ວນບຸກຄົນພວກເຮົາຕ້ອງສ້າງແຜນການ ເພື່ອຝຶກຝົນຫຼໍ່ຫຼອມດ້ານແນວຄິດຄຸນສົມບັດ ແລະ ແບບແຜນການດຳລົງຊີວິດ, ສະກັດກັ້ນການເສຍທາດຂາດຄຸນທາງດ້ານແນວຄິດ ແລະ ແບບແຜນການດຳລົງຊີວິດ”.