ສືບ​ຕໍ​່​ຍູ້​ແຮງ​ຂະ​ບວນ​ການ “ກະ​ທຳ​ເພື່ອ​ຜູ​້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ ຫ​ວຽດ​ນາມ”

(VOVWORLD) -        ຕອນບ່າຍວັນທີ 20 ມັງກອນ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຮັດວຽກກັບສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມ.
ສືບ​ຕໍ​່​ຍູ້​ແຮງ​ຂະ​ບວນ​ການ “ກະ​ທຳ​ເພື່ອ​ຜູ​້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ ຫ​ວຽດ​ນາມ” - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ທີ່ການເຮັດວຽກ (ພາບ: TTXVN)

ເພື່ອຍູ້ໄວວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກທາດພິດເຄມີທີ່ຍັງຕິດຄ້າງຫຼັງສົງຄາມ, ເບິ່ງແຍງດູແລໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ, ປະກອບສ່ວນເຂົ້າໃນວຽກງານຮັບປະກັນການຊ່ວຍໜູນສັງຄົມ ແລະ ການພັດທະນາແບບຍືນຍົງຂອງປະເທດຊາດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສະເໜີໃຫ້ ສະມາຄົມ ຈົ່ງເຊື່ອມຊຶມ ແລະ ຈັດຕັ້ງວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກທາດພິດເຄມີ ແລະ ໂຄງການດໍາເນີນງານແຫ່ງຊາດ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກທາດພິດເຄມີໃຫ້ເປັນຢ່າງດີ; ປັບປຸງວຽກງານການຈັດຕັ້ງຂອງສະມາຄົມຢູ່ຂັ້ນຕ່າງໆໃຫ້ໜັກແໜ້ນ, ເຂັ້ມແຂງ, ປ່ຽນແປງໃໝ່ເນື້ອໃນ, ຮູບແບບການເຄື່ອນໄຫວຂອງສະມາຄົມ ແລະ ໃກ້ຊິດສະໜິດສະໜົມກັບຜູ້ປະສົບເຄາະຮ້າຍຫຼາຍກວ່າອີກ. ທ່ານກ່າວວ່າ:

        “ຄວນເອົາໃຈໃສ່ເຖິງການລະດົມບັນດາແຫຼ່ງກຳລັງພາຍໃນສັງຄົມ, ເບິ່ງແຍງດູແລ, ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ, ຖືນີ້ແມ່ນໜ້າທີ່ຈຸດສຸມຂອງສະມາຄົມທຸກຂັ້ນ ແລະ ປະຕິບັດຢ່າງເປັນປະຈຳ. ສືບຕໍ່ຍູ້ແຮງຂະບວນການ “ກະທຳເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ຫວຽດນາມ” ໂດຍຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ປຸກລະດົມ. ທາງສະມາຄົມ ຕ້ອງປະຕິບັດບົດບາດປຸກລະດົມທົ່ວສັງຄົມຮ່ວມແຮງຮ່ວມໃຈແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ຜູ້ປະສົບເຄາະຮ້າຍ, ກ່ອນອື່ນໝົດແມ່ນເບິ່ງແຍງເຂົາເຈົ້າໃນການຕ້ອນຮັບບຸນປີໃໝ່ປະຈຳຊາດ 2021”.

ຕອບກັບ

ຂ່າວ/ບົດ​ອື່ນ