ສືບຕໍ່ປະກາດໃຊ້ບາງນະໂຍບາຍພັດທະນາອຸດສາຫະກຳສຳຮອງ

ສືບຕໍ່ປະກາດໃຊ້ບາງນະໂຍບາຍພັດທະນາອຸດສາຫະກຳສຳຮອງ - ảnh 1
ພາບປະກອບ

(vovworld) - ສື​ບຕໍ່​ປະກາດ​ໃຊ້​ບາງ​ນະ​ໂຍບາຍ​ພັດທະນາ​ອຸດສາຫະກຳ​ສຳຮອງ, ນີ້​ແມ່ນ​ການ​ຢັ້ງຢືນ​ຂອງ​ທ່ານ​ລັດຖະມົນຕີກະຊວງ​ອຸດສາຫະກຳ ການ​ຄ້າ ຫວູຮູ​ຍຮ່ວາງ​ ໃນ​ລາຍການ​ປະຊາຊົນ​ຖາມ, ລັດຖະມົນຕີ​ຕອບ, ວັນ​ທີ 5/10. ຕາມ​ທ່ານ​ລັດຖະມົນຕີ​ ຫວູຮູ​ຍຮ່ວາງ ​ແລ້ວ. ກ່ຽວ​ກັບ​ເລື່ອງ​ຜະລິດ​ສິນ​ສ່ວນ​ຍ່ອຍ, ​ເຄື່ອງ​ອາ​ໄຫລ່, ນອກຈາກຄວາມ​ຮຽກຮ້ອງ​ຕ້ອງ​ການ​ດ້ານ​ຄຸນ​ນະພາ​ບ​ແລ້ວ, ຍັງ​ມີ​ຄວາມ​ຮຽກຮ້ອງ​ຕ້ອງການ​ດ້ານ​ແງ່​ມູມອື່ນໆ​, ​ໃນ​ນັ້ນ​ມີ​ການຈຳ​ໜ່ວຍ​ອີກ. ນອກ​ນັ້ນ, ບັນດາ​ບຸລິ​ມາ​ສິດ, ກົນ​ໄກ, ນະ​ໂຍບາຍ​ທີ່​ມີ​ຢູ່​​ແລ້ວ​ບໍ່​ທັນ​ສ້າງ​ຄວາມ​ດູດ​ດື່ມ ​ແລະ ບໍ່​ທັນ​ພຽງພໍ​ເພື່ອ​ໃຫ້​ວິ​ສາ​ຫະກິດ​ສົນ​ໃຈ. ທ່ານ​ລັດຖະມົນຕີ ຫວູຮູ​ຍຮ່ວາງ​, ​ໃຫ້​ຮູ້​ວ່າ:

        “ຍ້ອນ​ເຫດ​ນັ້ນ, ຫວ່າງ​ແລ້ວ​ນີ້, ທ່ານ​ນາຍົກລັດຖະມົນຕີ ​ໄດ້​ຮຽກຮ້ອງ​ໃຫ້​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ​ສົມທົບ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ​ໃນ​ທ້ອງ​ຖີ່​ນກວດຄືນ​ຂໍ້​ຕົກລົງ​ທີ 12 ​​ເພື່ອ ສ້າງ​ເປັນ​ດຳລັດ. ​ເວລາ​ນັ້ນ​ຈຶ່ງ​ມີ​ເງື່ອນ​ໄຂ​ເພື່ອ​ເຕື້ອງ​ເຖິງ, ກຳນົດ​ບັນດາ​ເນື້ອ​ໃນ​ໃໝ່​ທີ່ຍັງ​ຄົງຄ້າງ​. ​ເພື່ອ​ຊ່ວຍ​ເຫຼືອ​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ, ພິ​ເສດ​ແມ່ນ​ວິ​ສາ​ຫະກິດ​ທີ່​ເຄື່ອນ​ໄຫວ​ໃນ​ຂົງ​ເຂດ​ອຸດສາຫະກຳ​ສຳຮອງ, ນອກຈາກ​ກົນ​ໄກ​ນະ​ໂຍບາຍ​ແລ້ວ, ລັດ​ຕ້ອງມີ​ລາຍການ​ຮ່ວມ​ມື​ກັບ​ຕ່າງປະ​ເທດ, ພິ​ເສດ​ແມ່ນ​ ​ບັນດາ​ປະ​ເທດ​ທີ່​ມີ​ປະສົບ​ການ​ຄື: ຍີ່ປຸ່ນ, ສ​ເກົາຫຼີ. ​ເຖິງ​ຢ່າງ​ໃດ​ກໍ່​ໃຫ້, ບົດບາດ​ຂອງ​ລັດ​ພຽງ​ແຕ່​ມີ​ລັກສະນະ​ຊຸກຍູ້​ເທົ່າ​ນັ້ນ, ສ່ວນ​ວິ​ສາ​ຫະກິດຈະ​ເຂົ້າ​ຮ່ວມ​ອຸດສາຫະກຳ​ສຳຮອງ​ໄດ້​ຫຼື​ບໍ, ​ແມ່ນ​ອີງ​ໃສ່​ຄວາມ​ສາມາດ​ຂອງ​ວິ​ສາ​ຫະກິດ​ນັ້ນ​​ເອງ“.

ຂ່າວ/ບົດ​ອື່ນ