ສືບຕໍ່ປະຕິບັດໜ້າທີ່ສ້າງໂຄງປະກອບລະບົບທະນາຄານຄືນໃໝ່ຢ່າງເດັດຂາດ

ສືບຕໍ່ປະຕິບັດໜ້າທີ່ສ້າງໂຄງປະກອບລະບົບທະນາຄານຄືນໃໝ່ຢ່າງເດັດຂາດ - ảnh 1
​ກອງ​ປະຊຸມຜັນ​ຂະຫຍາຍ​ໜ້າ​ທີ່ທະນາຄານ​ປີ 2014
(ພາບ: chinhphu.vn)


(vovworld) - ​ຕອນ​ເຊົ້າ​ວັນ​ທີ 18/12, ຢູ່​ຮ່າ​ໂນ້ຍ, ທະນາຄານ​ແຫ່ງ​ລັດໄດ້​ຈັດ​ກອງ​ປະຊຸມ​ທົ່ວ​ຂະ​ແໜງ ​ເພື່ອ​ແນ​ໃສ່​ຕີ​ລາຄາ​ໝາກຜົນ​ການ​ເຄື່ອນ​ໄຫວ​ຂອງ​ທະນາຄານ​ໃນ​ປີ 2013 ​ແລະ ຜັນ​ຂະຫຍາຍ​ໜ້າ​ທີ່​ປີ 2014. ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ເນັ້ນ​ໜັກ​ວ່າ: ໜຶ່ງ​ໃນ​ບັນດາ​ໜ້າ​ທີ່​ຈຸດ​ສຸມ​ອັນ​ດັບ​ໜຶ່ງ​ຂອງ​ຂະ​​ແໜງ​ທະນາຄານ​ແມ​່ນຊີ້​ນຳ​ບໍລິຫານນະໂຍບາຍເງິນຕາ​ຢ່າງ​ລະມັດລະວັງ, ມີ​ປະສິດທິ​ຜົນ, ຂະຫຍັນ​ຂັນ​ເຄື່ອນ ​ແລະ ​ເໝາະ​ສົມ​ກັບຄາດໝາຍ​ຄວບ​ຄຸມ​ໄພ​ເງິນ​ເຟີ້, ​ເພີ​່ມທະວີ​ຄວາມ​ສະຖຽນ​ລະ​ພາບ​ດ້ານ​ເສດຖະກິດ​ມະຫາ​ພາກ, ສ້າງ​ເງື່ອນ​ໄຂ​ໜູນ​ຊ່ວຍ​ວິ​ສາ​ຫະກິດ​ກູ້​ຢືນ​ທຶນ, ຟື້ນ​ຟູ​ການ​ຜະລິດດຳ​ເນີນ​ທຸລະ​ກິດ, ຊຸກຍູ້​ການ​ເຕີບ​ໂຕ. ບົນ​ພື້ນຖານ​ບັນດາ​ຈຸດໝາຍ, ໜ້າ​ທີ່​​ເຊິ່ງລັດຖະບານ​ໄດ້​ວາງ​ອອກ​ໃນ​ປີ 2014. ທ່ານ​ນາຍ​ົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ເນັ້ນ​ໜັກ​ວ່າ.

        “ບັນດາ​ທະນາຄານ​ອ່ອນ​ດອຍ, ຍັງປະສົບຄວາມຫຍຸ້ງຍາກ, ໜີ້​ເສຍ​ສູງ, ການ​ຄຸ້ມ​ຄອງ​ບໍ່​ກະ​ຈ່າງ​ແຈ້ງ,  ກ່ອນ​ອື່ນ​ໝົດ​ຕ້ອງ​ສ້າງ​ໂຄງ​ປະກອບ​ຄືນ​ໃໝ່​ດ້ວຍ​ຕົນ​ເອງ ​ແລ້ວ​ລັດເຂົ້າຮ່ວມ​ຕາມ​ຫຼັງ. ຖ້າ​ຫາກທະນາຄານ​ແຫ່ງ​ລັດບໍ່​ສືບ​ຕໍ່​ຊຸກຍູ້​ການສ້າງ​ໂຄງ​ປະກອບ​ຄືນ​ໃໝ່ຢ່າງເດັດຂາດ ຈະ​ພາ​ໄປ​ເຖິງ​ຄວາມຍໍ້​ທໍ້, ລົ້ມ​ລະລາຍ, ຫຍຸ້ງຍາກ, ຂາດສະຖຽນ​ລະ​ພາບໃຫ້ພື້ນຖານ​ເສດຖະກິດ.”

        ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ສະ​ເໜີ​ໃຫ້​ຂະ​ແໜງ​ທະນາຄານ ຄວນ​ສຸມ​ໃສ່​ຫຼຸດຜ່ອນ​ໜີ້​​ເສຍ​ຢ່າງ​ວ່ອງ​ໄວ; ​ເພີ່ມ​ທະວີ​ວຽກ​ງານ​ກວດກາ, ຕິດຕາມ​ກວດກາ​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ອົງການ​ສິນ​ເຊື່ອ​ທະນາຄານ.

ຂ່າວ/ບົດ​ອື່ນ