ສືບຕໍ່ປະຕິຮູບຂະແໜງສຶກສາບຳລຸງສ້າງ
(ທ່ານ ຟ້າມຫວູລ້ວນ, ລັດຖະມົນຕີວ່າການ
ກະຊວງສຶກສາ ແລະ ບຳລຸງສ້າງ)
(vovworld) – ກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ ສືບຕໍ່ປ່ຽນໃໝ່ການສຶກສາ, ບຳລຸງສ້າງໃຫ້ຮອບດ້ານ, ບັນລຸບັນດາໝາກຜົນດີງາມກວ່າ, ສ້າງຜົນງານຢ່າງແທດຈິງເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ພັກທຸກຂັ້ນ ກ້າວໄປເຖິງກອງປະຊຸມໃຫຍ່ທົ່ວປະເທດຂອງພັກ ຄັ້ງທີ 12 ເຊິ່ງຈະດຳເນີນໄປໃນຕົ້ນປີ 2016. ນັ້ນແມ່ນຄຳຢືນຢັນຂອງທ່ານ ຟ້າມຫວູລ້ວນ, ລັດຖະມົນຕີວ່າການກະຊວງສຶກສາ ແລະ ບຳລຸງສ້າງ ໃນລາຍການ “ປະຊາຊົນຖາມ - ລັດຖະມົນຕີຕອບ” ໃນວັນທີ 16/08. ທ່ານ ຟ້າມຫວູລ້ວນ ໃຫ້ຮູ້ວ່າ, ໃນການເສັງຊັ້ນມັດທະຍົມຕອນປ່າຍຜ່ານມາ, ເພື່ອໜູນຊ່ວຍບັນດານັກຮຽນຢູ່ເຂດຫ່າງໄກ່ຊອກຫີິກ, ກະຊວງໄດ້ຊີ້ນຳໜັງສີພິມສຶກສາຍຸກສະໄໝ ແລະ ບາງພາຫະນະສື່ສວນຊົນອື່ນໆ ອັບເດັດຂໍ້ມູນໃຫ້ບັນດານັກຮຽນຢ່າງລຽນຕິດ. ພ້ອມທັງອັບເດັດຊອບແວເພື່ອໃຫ້ນັກຮຽນປ່ຽນໂຮງຮຽນທີ່ຕາມໃຈເລືອກຢູ່ໂຮງຮຽນມັດທະຍົມຕອນປ່າຍ ເຊິ່ງແມ່ນບ່ອນທີ່ຕົນເອງຮຽນ ແລະ ຢູ່ບັນດາພະແນກສຶກສາບຳລຸງສ້າງຂອງທ້ອງຖິ່ນ.