(vovworld) - ຕອນເຊົ້າວັນທີ 18/12, ຢູ່ທີ່ຮ່າໂນ້ຍ, ສະພາຊົນເຜົ່າຂອງສະພາແຫ່ງຊາດຫວຽດນາມ ຈັດຕັ້ງວາລະອະພິປາຍກ່ຽວກັບການປະຕິບັດນະໂຍບາຍໜູນຊ່ວຍສຳລັບປະຊາຊົນບັນດາເຜົ່າເຜົ່າສ່ວນໜ້ອຍຫວຽດນາມ - ສະພາບຕົວຈິງ ແລະ ມາດຕະການແກ້ໄຂໃຫ້ແກ່ໄລຍະ 2013 – 2020. ທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມ ຕອງທິຟ໋ອງ, ຜູ້ຕາງໜ້າໃຫ້ຄະນະກຳມາທິການຊົນເຜົ່າລັດຖະບານ ແລະ ບັນດາການນຳກະຊວງ, ຂະແໜງການພ້ອມກັນເຂົ້າຮ່ວມຢ່າງພ້ອມພຽງ.
ຕາມບົດລາຍງານຂອງລັດຖະບານແລ້ວ, ໃນຊຸມປີຜ່ານມາ, ມີບັນດານະໂຍບາຍ, ໂຄງການທີ່ໄດ້ຮັບການຜັນຂະຫຍາຍເພື່ອແນໃສ່ໜູນຊ່ວຍ, ພັດທະນາເສດຖະກິດສັງຄົມເຂດບັນດາເຜົ່າສ່ວນໜ້ອຍ. ສະນັ້ນ, ຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນບັນດາເຜົ່າສ່ວນໜ້ອຍໄດ້ຮັບການປັບປຸງ, ປະກອບສ່ວນຊຸກຍູ້ວຽກງານລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທີ່ມີຕໍ່ການນຳຂອງພັກ ແລະ ລັດ. ໃນວາລະອະພິປາຍ, ບັນດາຜູ້ແທນໄດ້ສະເໜີໃຫ້ຄະນະກຳມາທິການຊົນເຜົ່າ ແລະ ບັນດາກະຊວງ, ຂະແໜງການຊີ້ແຈ້ງໜ້າທີ່ ທີ່ກ່ຽວຂ້ອງເຖິງບັນດາບັນຫາຍັງຄົງຄ້າງໃນການປະຕິບັດນະໂຍບາຍທີ່ມີຕໍ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ. ກ່ຽວຂ້ອງເຖິງດ້ານສາທາລະນະສຸກ ແລະ ຄຸນນະພາບພົນລະເມືອງ, ທ່ານນາງລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ຫງວຽນທິກິມຕ໋ຽນ ຢືນຢັນວ່າ ແຕ່ນີ້ຮອດປີ 2020, ທາງກະຊວງຈະກໍ່ສ້າງ ແລະ ຜັນຂະຫຍາຍແຜນການຍົກສູງຄຸນນະພາບພົນລະເມືອງ ແລະ ກຳລັງແຮງຂອງບັນດາເຜົ່າສ່ວນໜ້ອຍ, ພ້ອມທັງເພີ່ມທະວີພື້ນຖານດ້ານວັດຖຸ ແລະ ຍົກລະດັບສຸກສາລາເຂດປະຊາຊົນບັນດາເຜົ່າສ່ວນໜ້ອຍ. ທ່ານນາງ ຫງວຽນທິກິມຕ໋ຽນ ກ່າວວ່າ.
“ພວກຂ້າພະເຈົ້າພວມສ້າງໂຄງການສາທະລະນະຊົນນະບົດ ຕິດພັນກັບໂຄງການຈຸດໝາຍຊົນນະບົດໃໝ່, ຈະເພີ່ມທະວີສຸກສາລາ ແລະ ນາງພະດຸງຄັນຢູ່ບ້ານ ໃຫ້ເຂດປະສົບກັບຄວາມຫຍຸ້ງຍາກຂອງ 63 ເມືອງທຸກຍາກ. ທີ່ 2 ແມ່ນສົມທົບກັບສຸກສາລາຂອງທະຫານປ້ອງກັນຊາຍແດນ. ແລະພວກຂ້າພະເຈົ້າພວມຍື່ນສະເໜີຕໍ່ລັດຖະບານຕົກລົງກ່ຽວກັບການຊັບຊ້ອນໝູນວຽນ, ຈະມີພະນັກງານສາທາລະນະສຸກຈາກຂັ້ນເທິງລົງມາເຮັດວຽກຢູ່ຂັ້ນລຸ່ມແຕ່ 6 ຫາ 1 ປີ”.