ສືບຕໍ່ຜັນຂະຫຍາຍແຜນຮ່າງສັງລວມຫວຽດນາມເມື່ອເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຢູ່ສະຫະປະຊາຊາດຢ່າງມີປະສິດທິຜົນ

(VOVWORLD) -ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບກ່ຽວກັບເລື່ອງຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຢູ່ສະຫະປະຊາຊາດ ໄລຍະ 2012 – 2020.
ສືບຕໍ່ຜັນຂະຫຍາຍແຜນຮ່າງສັງລວມຫວຽດນາມເມື່ອເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຢູ່ສະຫະປະຊາຊາດຢ່າງມີປະສິດທິຜົນ - ảnh 1ກອງປະຊຸມສະຫຼຸບກ່ຽວກັບເລື່ອງຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຢູ່ສະຫະປະຊາຊາດ ໄລຍະ 2012 – 2020
(ພາບ: qdnd.vn)

ຕອນບ່າຍວັນທີ 07 ມັງກອນ, ຢູ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບກ່ຽວກັບເລື່ອງຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຢູ່ສະຫະປະຊາຊາດ ໄລຍະ 2012 – 2020. ທີ່ກອງປະຊຸມ, ຜູ້ຕາງໜ້າບັນດາກະຊວງ, ຂະແໜງການສູນກາງ, ຜູ້ຕາງໜ້າທີ່ມາຈາກບາງຫົວໜ່ວຍຂອງກະຊວງປ້ອງກັນປະເທດ ແລະ ນາຍທະຫານທີ່ເຂົ້າຮ່ວມໜ້າທີ່ຮັກສາສັນຕິພາບໄດ້ແບ່ງປັນຄຳເຫັນ, ບົດຮຽນ, ສະເໜີມາດຕະການແກ້ໄຂເພື່ອໃຫ້ກຳລັງຮັກສາສັນຕິພາບຫວຽດນາມ ສືບຕໍ່ຜັນຂະຫຍາຍແຜນຮ່າງສັງລວມຫວຽດນາມ ເມື່ອເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຢູ່ສະຫະປະຊາຊາດຢ່າງມີປະສິດທິຜົນ. ຄຽງຂ້າງນັ້ນ, ເລື່ອງຮັກສາໂຮງໝໍກາງສະໜາມຂັ້ນ 2 ຢູ່ຄະນະປະຕິບັດງານຊູດັງໃຕ້ ແລະ ຕຳແໜ່ງສ່ວນຕົວຄືໃນປະຈຸບັນ, ກຳລັງຮັກສາສັນຕິພາບຫວຽດນາມ ຈະຊອກຫາກາລະໂອກາດຜັນຂະຫຍາຍກອງທະຫານຊ່າງແສງ; ຄົ້ນຄວ້າເປີດກວ້າງຮູບການ; ເປີດກວ້າງຕຳແໜ່ງສ່ວນຕົວຢູ່ຄະນະປະຕິບັດງານຕື່ມອີກ…

ຕອບກັບ

ຂ່າວ/ບົດ​ອື່ນ