ທ່ານລັດຖະມົນຕີວ່າການກະຊວງອຸດສາຫະກຳການຄ້າ ຫວູຮູຍຮ່ວາງ
(ພາບ: chinhphu.vn)
(vovworld) – ມາດຕະການພັດທະນາຕະຫຼາດ, ຍູ້ແຮງການສົ່ງອອກໃນສະພາບຫວຽດນາມ ໄດ້ເຂົ້າຮ່ວມ, ລົງນາມໃນສັນຍາການຄ້າຫຼາຍສະບັບ, ແມ່ນໜຶ່ງໃນບັນດາເນື້ອໃນຕົ້ນຕໍເຊິ່ງສະມາຊີກສະພາແຫ່ງຊາດ (ສສຊ)ຊັກຖາມທ່ານລັດຖະມົນຕີວ່າການກະຊວງອຸດສາຫະກຳການຄ້າ ຫວູຮູຍຮ່ວາງ ໃນຕອນບ່າຍວັນທີ 11/6.
ທ່ານລັດຖະມົນຕີ ຫວູຮູຍຮ່ວາງ ໃຫ້ຮູ້ວ່າ, ເພື່ອເຮັດວຽກງານສົ່ງອອກເປັນຢ່າງດີ, ກະຊວງອຸດສາຫະກຳ ການຄ້າໄດ້ໃຫ້ບຸລິມາສິດແກ່ວຽກງານຕະຫຼາດ. ໂດຍລະອຽດແມ່ນຜ່ານບັນດາລາຍການສົ່ງເສີມການຄ້າຢູ່ຕ່າງປະເທດພາຍໃຕ້ຫຼາຍຮູບການ. ຕາມທ່ານລັດຖະມົນຕີ ຫວູຮູຍຮ່ວາງ ແລ້ວ, ເຖິງວາປະຈຸບັນ, ກະສິກຳຫວຽດນາມ ພຽງແຕ່ປະກອບ 18% ລາຍຮັບແຫ່ງຊາດກໍ່ຕາມ ແຕ່ພັດກ່ຽວຂ້ອງເຖິງ 70% ຈຳນວນພົນລະເມືອງ, ດັ່ງນັ້ນການສົ່ງອອກຜະລິດຕະພັນກະເສດແມ່ນສຳຄັນທີ່ສຸດ ແລະ ໄດ້ຮັບບຸລິມາສິດໃນສັນຍາການຄ້າກັບບັນດາຄູ່ຮ່ວມມື.
“ໃນບັນດາສັນຍາການຄ້າທີ່ໄດ້ຮັບການລົງນາມແລ້ວ, ຫວຽດນາມ ບັນລຸໄດ້ຜົນປະໂຫຍດ ເມື່ອບັນດາຄູ່ຮ່ວມມືເຫັນດີເປີດຕະຫຼາດສຳລັບຜະລິດຕະພັນກະເສດຂອງຫວຽດນາມ. ບັນດາຄູ່ຮ່ວມມືບຸລິມາສິດໃຫ້ບັນດາຜະລິດຕະພັນກະເສດຂອງຫວຽດນາມ ທີ່ມີທ່າໄດ້ປຽບ, ພິເສດແມ່ນເຂົ້າສານ, ສິນທະເລ. ຫວ່າງມໍ່ໆມານີ້, ພັນທະມິດເສດຖະກິດອາຊີ - ເອີລົບ ໃຫ້ຄຳໝັ້ນສັນຍາວ່ານັບແຕ່ປີທຳອິດ ເມື່ອສັນຍາມີຜົນສັກສິດຈະຍົກເວັ້ນພາສີສຳລັບສິນໃນນຳ້ທັງໝົດຂອງຫວຽດນາມ, ແລະ ຫຼຸດຜ່ອນພາສີໃນລະດັບສູງສຸດສຳລັບກາເຟ, ຊາ ແລະ ບາງຜະລິດຕະພັນເຟີນີເຈີ“.
ສຳລັບກົນໄກປັບລາຄາ, ພິເສດແມ່ນລາຄາໄຟຟ້າ, ນຳ້ມັນ. ທ່ານລັດຖະມົນຕີ ຫວູຮູຍຮ່ວາງໃຫ້ຮູ້ວ່າ, ທາງກະຊວງໄດ້ຄິດໄລ່ລາຄາໄຟຟ້າຢ່າງລະອຽດແລ້ວ ເພື່ອຫຼຸດຜ່ອນຜົນສະທ້ອນເຖິງການຜະລິດ ແລະ ຊີວິດຂອງປະຊາຊົນໃນລະດັບສູງສຸດ. ສະເພາະລາຄານຳ້ມັນ, ຕາມດຳລັດ 83 ຂອງລັດຖະບານ, ແມ່ນອີງຕາມຕະຫຼາດ ແລະ ການຄຸ້ມຄອງລັດ.
ຕອນບ່າຍວັນທີ 11/6, ທ່ານລັດຖະມົນຕີວ່າການກະຊວງການເງິນ ດິງຕ໋ຽນຢຸງ, ທ່ານລັດຖະມົນຕີວ່າການກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຫງວຽນມິງກວາງ ກໍ່ເຂົ້າຮ່ວມການອະພິປາຍຕື່ມບັນດາບັນຫາທີ່ກ່ຽວຂ້ອງເຖິງຂະແໜງອຸດສາຫະກຳການຄ້າ.