(vovworld) - ຕອນບ່າຍວັນທີ 30/6, ຢູ່ສຳນັກງານລັດຖະບານ, ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ, ບັນດາສະມາຊິກລັດຖະບານໄດ້ປະກອບຄວາມເຫັນກ່ຽວກັບບາງກົນໄກ, ນະໂຍບາຍລົງທຶນພັດທະນາຕົວເມືອງພິເສດຢູ່ຕາມສອງພາກທາງເຍິດເຕິນ - ໂນ້ຍບ່າຍ, ຮ່າໂນ້ຍ ແລະ ບາງເນື້ອໃນສຳຄັນອື່ນໆ. ກ່າວຄວາມເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ຊີ້ແຈ້ງວ່າ ການວາງແຜນກຳນົດ ແລະ ການຄຸ້ມຄອງແຜນກຳນົດ ແມ່ນປັດໃຈສຳຄັນທີ່ສຸດເພື່ອກໍ່ສ້າງນະຄອນຫຼວງອຸດສາຫະກຳ ແລະ ທັນສະໄໝຂອງປະເທດ ເພື່ອເຊື່ອມໂຍງ ແລະ ພັດທະນາ, ເທົ່າທຽມກັບເພື່ອນມິດສາກົນ. ຮ່າໂນ້ຍ ໄດ້ມີແຜນກຳນົດລວມ ແລະ ພວມຢູ່ໃນໄລຍະປັບປຸງແຜນກຳນົດບັນດາເຂດກ່ຽວຂ້ອງ, ຕິດພັນກັບການລົງທຶນພັດທະນາໂຄງລ່າງ. ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ: ຈຸດປະສົງສ້າງກົນໄກພິເສດຄັ້ງນີ້ ແມ່ນເພື່ອແນໃສ່ສ້າງເງື່ອນໄຂສະດວກໃຫ້ແກ່ການລົງທຶນ, ລະດົມແຫຼ່ງກຳລັງ ແລະ ເສີມຂະຫຍາຍແຫຼ່ງກຳລັງຈາກທີ່ດິນ ເຊິ່ງໄດ້ຮັບການວາງແຜນກຳນົດເພື່ອລົງທຶນໂຄງລ່າງເຕັກນິກ, ບຸກເບີກໜ້າພຽງ ແລະ ປະຕິບັດບັນດາໂຄງການພັດທະນາຕົວເມືອງ.
ແລະກໍ່ຢູ່ທີ່ວາລະປະຊຸມນີ້, ບັນດາສະມາຊິກລັດຖະບານກໍ່ປະກອບຄວາມເຫັນກ່ຽວກັບຄ່າຖືກຍົກເວັ້ນເມື່ອຄິດໄລ່ພາສີລາຍຮັບວິສາຫະກິດສຳລັບບ້ວງໜູນຊ່ວຍລົບລ້າງຄວາມອຶດຫີວ ຫຼຸດຜ່ອນຄວາມທຸກຍາກຂອງກຸ່ມບໍລິສັດໂທລະຄົມກອງທັບ; ຮ່າງດຳລັດກ່ຽວກັບການດຳເນີນທຸລະກິດພະນັນແຂ່ງມ້າ, ແຂ່ງໝາ ແລະ ເຕະບານສາກົນ.