ສືບຕໍ່ວາລະປະຊຸມຄັ້ງ ທີ 25 ຂອງຄະນະປະຈຳ ສະພາແຫ່ງຊາດ


ສືບຕໍ່ວາລະປະຊຸມຄັ້ງ ທີ 25 ຂອງຄະນະປະຈຳ ສະພາແຫ່ງຊາດ - ảnh 1

(ພາບ: vov)

 (vovworld)- ຕອນ​ເຊົ້າວັນ​ທີ 21/2, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໄດ້​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ຮ່າງ​ກົດໝາຍ​ສະບັບ​ປັບປຸງ ​ແລະ ​ເພີ່ມ​ເຕີມ​ບາງ​ຂໍ້ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍການບິນ​ພົນລະ​ເຮືອນ​ຫວຽດນາມ ​ແລະ ປຶກສາ​ຫາລື​ກ່ຽວ​ກັບການ​ລາຍ​ງານ​ຕີ​ລາຄາ, ຖອດ​ຖອນ​ບົດຮຽນ​ໃນ​ການ​ຜັນ​ຂະຫຍາຍ​ປະຕິບັດ​ມະຕິ​ກ່ຽວ​ກັບ​ການ​ລົງຄະແນນສຽງ, ປ່ອນ​ບັດ​ໄວ້​ວາງ​ໃຈ​ສຳລັບ​ຜູ້​ດຳລົງ​ຕຳ​ແໜ່​ງ​ໂດຍ​ສະພາ​ແຫ່ງ​ຊາດ, ສະພາ ປຊຊ ​ເລືອ​ກຕັ້ງ ຫລື​ໃຫ້​ສັດຕະຍາບັນ. ທ່ານປະທານ​ສະພາ​ແຫ່ງ​ຊາດ​ຫງວຽນ​ຊິງ​ຮຸ່ງ ​ເປັນ​ປະທານ​ວາລະ​ປະຊຸມ.

   ​ໃນ​ການ​ໃຫ້​ຄຳ​ເຫັນ​ໃສ່ຮ່າງ​ກົດໝາຍ​ສະບັບ​ປັບປຸງ ​ແລະ ​ເພີ່ມ​ເຕີມ​ບາງ​ຂໍ້ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍການບິນ​ພົນລະ​ເຮືອນ​ຫວຽດນາມ, ຜູ້​ແທນ​ຫຼາຍ​ທ່ານ​ຖື​ວ່າ, ການ​ປັບປຸງ, ​ເພີ່ມ​ເຕີມ​ກົດໝາຍ​ສະບັບ​ນີ້​ຕ້ອງ​ບັນລຸ​ໄດ້​ຈຸດໝາຍ​ເພີ່ມ​ທະວີ​ຜົນ​ສັກສິດ​ຂອງ​ວຽກ​ງານ​ຄຸ້ມ​ຄອງ​ລັດ, ຍົກ​ສູງ​ປະສິດທິ​ຜົນ​ການ​ດຳ​ເນີນ​ທຸລະ​ກິດ​ຂອງ​ວິ​ສາ​ຫະກິດ​ການບິນ ​ແລະ ຮັບປະກັນ​ຜົນ​ປະ​ໂຫຍ​ດຂອງ​ຜູ້ໂດຍສານ. ກ່ຽວ​ກັບ​ຄວາມໝັ້ນຄົງ​ການບິນ, ທ່ານ​ກຊໍ​ເຟືອ​ກ ປະທານ​ສະພາ​ຊົນ​ເຜົ່າ​ຂອງ​ສະພາ​ແຫ່ງ​ຊາດ​ຍົກ​ຄຳ​ເຫັນ​ວ່າ:

  “​ໃນ​ການ​ເຄື່ອນ​ໄຫວ​ຂອງ​ສະໜາມ​ບິ​ນຈະ​ມີ​ຫຼາຍ​ເນື້ອ​ໃນ ​ແຕ່​ການ​ຮັບປະກັນ​ສຸດ​ທ້າຍ​ແມ່ນ​ປະສິດທິ​ຜົນ​ດ້ານ​ເສດຖະກິດ ​ແລະ ຄວາມ​ສະຫງົບ​ປອດ​ໄພ. ການ​ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ​ຕ້ອ​ງ​ແມ່ນ​ລັດ​ຮັບປະກັນ, ສະນັ້ນ, ຮຽກຮ້ອງ​ໃຫ້​ຄວາມ​ຮັບຜິດຊອບ​ສູງທີ່ສຸດ. ສະໜາມບິນ ແລະ ການເຄືອ່ນໄຫວບໍ່ພຽງແຕ່ມີການ ກ່ຽວຂ້ອງເຖິງເສດຖະກິດ, ການ​ທູດ​ເທົ່າ​ນັ້ນ, ຫາກ​ຍັງ​ກ່ຽວຂ້ອງ​ໂດຍ​ກົງ​ເຖິງ​ບັນດາ​ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ​ອີກ​ດ້ວຍ“./.

 

ຂ່າວ/ບົດ​ອື່ນ