ສືບຕໍ່ສ້າງເງື່ອນໄຂເພື່ອໃຫ້ການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງຫວຽດນາມ - ຍີ່ປຸ່ນ ພັດທະນາຢ່າງແທດຈິງ

(VOVWORLD) -ທ່ານປະທານປະເທດ ຕີລາຄາສູງຫຼັກໝັ້ນຂອງຫວຽດນາມ ກ່ຽວກັບການຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນເຮືອຢູ່ທະເລ, ການບິນຢູ່ທະເລຕາເວັນອອກ
ສືບຕໍ່ສ້າງເງື່ອນໄຂເພື່ອໃຫ້ການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງຫວຽດນາມ - ຍີ່ປຸ່ນ ພັດທະນາຢ່າງແທດຈິງ - ảnh 1ທ່ານປະທານປະເທດ ຫງວຽນຊວັນຟຸກ ຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດຍີ່ປຸ່ນ Kishi Nobuo
(ພາບ: TTXVN)

ຕອນເຊົ້າວັນທີ 12 ກັນຍາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດຍີ່ປຸ່ນ Kishi Nobuo ພວມຢ້ຽມຢາມຫວຽດນາມ ໃນລະຫວ່າງວັນທີ 10 – 12 ກັນຍາ.

ທີ່ການຕ້ອນຮັບທ່ານປະທານປະເທດ ຫງວຽນຊວັນຟຸກ, ປະທານສະພາປ້ອງກັນຊາດ - ປ້ອງກັນຄວາມສະຫງົບແຫ່ງຊາດ, ເນັ້ນໜັກວ່າ ຫວຽດນາມ ຖືການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງກວ້າງຂວາງກັບຍີ່ປຸ່ນ ເປັນສຳຄັນ. ທ່ານປະທານປະເທດສະເໜີໃຫ້ ຍີ່ປຸ່ນ ສືບຕໍ່ໜູນຊ່ວຍວັກຊິນ ກໍ່ຄືຊ່ວຍຫວຽດນາມ ສຳຜັດກັບບັນດາແຫຼ່ງວັກຊິນອື່ນໆ, ໜູນຊ່ວຍການຜະລິດວັກຊິນ ແລະ ເຄື່ອງອຸປະກອບການແພດຢູ່ຫວຽດນາມ. ທ່ານປະທານປະເທດ ຕີລາຄາສູງຫຼັກໝັ້ນຂອງຫວຽດນາມ ກ່ຽວກັບການຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນເຮືອຢູ່ທະເລ, ການບິນຢູ່ທະເລຕາເວັນອອກ; ແກ້ໄຂບັນດາການຂັດແຍ້ງກັນ, ຄວາມບໍ່ລົງລອຍກັນໂດຍສັນຕິວິຖີ ບົນພື້ນຖານກົດໝາຍສາກົນ, ພິເສດແມ່ນສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.

ສ່ວນທ່ານລັດຖະມົນຕີການຕ່າງປະເທດຍີ່ປຸ່ນ Kishi Nobuo ເນັ້ນໜັກວ່າ, ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງຍີ່ປຸ່ນ ຢູ່ພາກພື້ນ ແລະ ໃຫ້ຮູ້ວ່າ, ຍີ່ປຸ່ນ ໃຫ້ຄຳໝັ້ນສັນຍາຈະສືບຕໍ່ຮ່ວມມືກັບຫວຽດນາມ ແລະ ປະຊາຄົມສາກົນເພື່ອຄວບຄຸມ, ຮັບມືກັບໂລກລະບາດໂຄວິດ-19.

ສືບຕໍ່ສ້າງເງື່ອນໄຂເພື່ອໃຫ້ການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງຫວຽດນາມ - ຍີ່ປຸ່ນ ພັດທະນາຢ່າງແທດຈິງ - ảnh 2ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດຍີ່ປຸ່ນ Kishi Nobuo
(ພາບ: TTXVN)

ແລະກໍ່ໃນຕອນເຊົ້າວັນທີ 12 ກັນຍາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ກໍ່ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດຍີ່ປຸ່ນ Kishi Nobuo. ທີ່ການຕ້ອນຮັບ, ທ່ານາຍົກລັດຖະມົນຕີ ຟ້າມມິນຈິງ ຢືນຢັນສືບຕໍ່ສ້າງເງື່ອນໄຂສະດວກ ເພື່ອໃຫ້ການພົວພັນຮ່ວມມືດ້ານປ້ອງກັນຊາດ 2 ຝ່າຍໃຫ້ພັດທະນາຢ່າງແທດຈິງກວ່າອີກ.

ເມື່ອແລກປ່ຽນກ່ຽວກັບບັນດາບັນຫາທາງທະເລ, ໃນນັ້ນມີທະເລຕາເວັນອອກ ແລະ ທະເລ ຮວາຕຸງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ຢືນຢັນທັດສະນະຂອງຫວຽດນາມ ແມ່ນ ສະໜັບສະໜູນການຮັບປະກັນຄວາມໝັ້ນຄົງ, ຄວາມເສລີໃນການເດີນເຮືອ ແລະ ການບິນ, ປົກປ້ອງຜົນປະໂຫຍດອັນຊອບທຳຂອງບັນດາປະເທດຢູ່ທະເລ, ທຸກການຂັດແຍ້ງກັນ, ຄວາມບໍ່ລົງລອຍກັນລ້ວນແຕ່ຕ້ອງໄດ້ຮັບການແກ້ໄຂໂດຍສັນຕິວິທີ…

ສ່ວນທ່ານລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນ Kishi Nobuo ຕີລາຄາສູງບັນດາຄວາມມານະພະຍາຍາມຂອງຫວຽດນາມ ໃນການຄວບຄຸມ ແລະ ຮັບມືກັບໂລກລະບາດ, ທ່ານລັດຖະມົນຕີໃຫ້ຮູ້ວ່າ ຈະແລກປ່ຽນກັບບັນດາອົງການທີ່ມີໜ້າທີ່ຍີ່ປຸ່ນ ເພື່ອສືບຕໍ່ສະໜັບສະໜູນ ແລະ ຊ່ວຍເຫຼືອວັກຊິນໃຫ້ແກ່ຫວຽດນາມ ໃນໄລຍະຈະມາເຖິງ. ພ້ອມກັນນັ້ນ ຢືນຢັນສືບຕໍ່ຮ່ວມມືກັບຫວຽດນາມ ໃນບັນດາຂົງເຂດເຊິ່ງຫວຽດນາມ ໃຫ້ບຸລິມະສິດອື່ນ.

ຕອບກັບ

ຂ່າວ/ບົດ​ອື່ນ