ສືບຕໍ່ເກີດເຫດວາງລະເບີດສະຫຼະຊີບ3ຄັ້ງຢູ່ອາຣັບບີຊາອຸດິ

ສືບຕໍ່ເກີດເຫດວາງລະເບີດສະຫຼະຊີບ3ຄັ້ງຢູ່ອາຣັບບີຊາອຸດິ - ảnh 1
ລະເບີດຂຶ້ນຢູ່ໂບດ  Medina
(ພາບ: BBC)

(vovworld) – ​ ​ ວັນ​ທີ 4/7, ​ໄດ້​ເກີດ​ເຫດ​ວາງລະ​​ເບີດ​ສະຫຼະ​ຊີບ 3 ຄັ້ງ​ຢູ່ ອາຣັບບີ ຊາ​ອຸ​ດິ ​ເຮັດ​​ໃຫ້​ຢ່າງ​ໜ້ອຍ​ສຸດ​ມີພາລະ​ກອນ​​ປ້ອງ​ກັນ​ຄວາມ​ສະຫງົບ 4 ຄົນ​ເສຍ​ຊີວິດ. ກະຊວງ​ພາຍ​ໃນ ອາຣັບບີ ຊາ​ອຸ​ດິ ​ໃຫ້​ຮູ້​ວ່າ: ​ເຫດ​ວາງ​ລະ​ເບີດ​​ເກີດ​ຂຶ້ນ​ຢູ່​ນອກ​ໂບດ​​ແຫ່ງ​ໜຶ່ງ​ຢູ່ Medina, ​ເຮັດ​ໃຫ້​ຢ່າງ​ໜ້ອຍ​ສຸດ​ມີ 4 ຄົນ​ເສຍ​ຊີວິດ ​ແລະ ອີກ 5 ຄົນ​ຖືກ​ຮັບ​ບາດ​ເຈັບ. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ສະຖານ​ທີ່​ສັກສິດ​ທີ່​ສຸດ​ຂອງ​ຊາວ ມຸດ​ສະ​ລິ​ມ. ຕາມ​ກະຊວງ​ດັ່ງກ່າ​ວ​ແລ້ວ, ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ໄດ້​ພະຍາຍາມ​ສະກັດ​ກັ້ນເປົ້າ​ໝາຍ​ທີ່ຖືກ​​ສົງ​​ໄສ​ຢູ່​ບ່ອນ​ຈອດ​ລົດ​ຂອງ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ ​ແຕ່​ບັກ​ນີ້​ໄດ້ໃຫ້​ລະ​​ເບີດ​ຕິດຕົວ​​ແຕກ​ອອກ. ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ຜູ້​ບຸກ​ໂຈມ​ຕີ​ສະຫຼະ​ຊີບຄົນ​ໜຶ່ງ​ໄດ້​ດຳ​ເນີນ​ການວາງ​ລະ​ເບີດ​ຢູ່​ໃກ້​ກັບສະຖານກົງສູນ ອາ​ເມ​ລິ​ກາ ຢູ່ນະຄອນ Jeddah, ປະ​ເທດ ອາຣັບບີ ຊາ​ອຸ​ດິ. ​ເຫດ​ວາງ​ລະ​ເບີດ​ດັ່ງກ່າວ​ເຮັດ​ໃຫ້​ຕຳຫຼວດ 2 ຄົນ​ຖືກ​ຮັບ​ບາດ​ເຈັບ ​ແລະ ຕົວ​ການ​​ເສຍ​ຊີວິດ​ຢູ່​ກັບ​ທີ່. ກະຊວງ​ພາຍ​​ໃນ ອາຣັບບີ ຊາ​ອຸ​ດິ ​ໃຫ້​ຮູ້​ວ່າ: ​ເປົ້າ​ໝາຍ​ວາງ​ລະ​ເບີດ​ສະຫຼະ​ຊີບ​ແມ່ນ​ຊາວ​ຕ່າງປະ​ເທດຜູ້​ໜຶ່ງ​ພວມ​ອາ​ໄສ​ຢູ່​ປະ​ເທດ​ນີ້. ປະຈຸ​ບັນ, ບໍ່​ທັນ​ຮູ້​ຈຸດປະສົງ​ຂອງ​ບັນດາ​ເປົ້າ​ໝາຍ​ວາງ​ລະ​ເບີດ​ນີ້​ເທື່ອ.


ຂ່າວ/ບົດ​ອື່ນ