ສັບປະດານ້ຳ ຫວຽດນາມ 2022: ສະໜອງນ້ຳປອດໄພເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ

(VOVWORLD) -ໃນໄລຍະຈະມາເຖິງ, 2 ຝ່າຍຈະຮ່ວມມືໃນຫຼາຍຂົງເຂດຄື: ການຫຼຸດຜ່ອນການປ່ຽນແປງຂອງດິນຟ້າອາກາດ; ວິຊາການກ່ຽວກັບການຄຸມຄອງນ້ຳ
ສັບປະດານ້ຳ ຫວຽດນາມ 2022: ສະໜອງນ້ຳປອດໄພເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ - ảnh 1ພິທີລົງນາມຂໍ້ຕົກລົງຮ່ວມມືໃນຫຼາຍຂົງເຂດ
(ພາບ: VGP)

        ໃນຂອບເຂດສັບປະດານ້ຳ ຫວຽດນາມ 2022 (VietNam Water Week 2022), ຕອນບ່າຍວັນທີ 10 ພະຈິກ, ພິທີລົງນາມໃນບົດບັນທຶກຊ່ວຍຈຳລະຫວ່າງສະຫະພັນສະໜອງ - ລະບາຍນ້ຳ ຫວຽດນາມ ກັບ ສະຫະພັນນ້ຳລາຊະອານາຈັກ ອັງກິດ ແລະ ຈັດການໂອ້ລົມສົນທະນາ “ການປ່ຽນແປງຂອງດິນຟ້າອາກາດ - ຄວາມໝັ້ນຄົງແຫຼ່ງນ້ຳ - ສະໜອງນ້ຳປອດໄພ” ຖືກດຳເນີນຢູ່ ຮ່າໂນ້ຍ.

        ຕາມນັ້ນແລ້ວ, ໃນໄລຍະຈະມາເຖິງ, 2 ຝ່າຍຈະຮ່ວມມືໃນຫຼາຍຂົງເຂດຄື: ການຫຼຸດຜ່ອນການປ່ຽນແປງຂອງດິນຟ້າອາກາດ; ວິຊາການກ່ຽວກັບການຄຸ້ມຄອງນ້ຳ; ການຟື້ນຟູເຂດລຸ່ມແມ່ນ້ຳຢ່າງຮອບດ້ານ; ການປ່ຽນແປງໃໝ່ເຕັກນິກດີຈີຕອນສະຫງວນໃຫ້ນະຄອນອັດສະລິຍະ… 2 ຝ່າຍໄດ້ແບ່ງປັນບົດຮຽນກ່ຽວກັບການສ້າງລະບອບລະບຽບການ, ນະໂຍບາຍຂະແໜງນ້ຳຂອງບັນດາຝ່າຍ; ພ້ອມທັງ, ຮ່ວມມືຈັດບັນດາເຫດການຂອງຂະແໜງນ້ຳແຕ່ລະປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ