ສັບປະດາວັດທະນະ ທຳອິນເດຍຢູ່ ນະຄອນໂຮ່ຈິມິນ


ສັບປະດາວັດທະນະ ທຳອິນເດຍຢູ່ ນະຄອນໂຮ່ຈິມິນ - ảnh 1

ການ​ປະຊຸມ​ຂ່າວ​ແນະນຳສັບປະດາ​

ວັດທະນະທຳ​ອິນ​ເດຍຢູ່​ນະຄອນ​ໂຮ່ຈິ​ມິນ

(ພາບ: vov)

 (vovworld)- ຕອນ​ຄ່ຳ​ວັນ​ທີ 27/2, ຢູ່​ນະຄອນ​ໂຮ່ຈິ​ມິນ, ​ໄດ້​ຈັດ​ການ​ປະຊຸມ​ຂ່າວ​ແນະນ​ຳ “ສັບປະດາ​ວັດທະນະທຳ​ອິນ​ເດຍຢູ່​ນະຄອນ​ໂຮ່ຈິ​ມິນ“ ​ໂດຍ​ສະຖານທູດ, ກົງ​ສູນ​ໃຫ່ຍອິ​ນເດຍ, ກະຊວງ​ວັດທະນະທຳ​ອິນ​ເດຍ ສົມທົບ​ກັບ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ຫວຽດນາມ, ຄະນະ​ກຳມະການ ປຊຊ ນະຄອນ​ໂຮ່ຈິ​ມິນ, ສະມາຄົມ​ພຸດທະ​ສາສະໜາ​ຫວຽດນາມ ຈັດຕັ້ງຂຶ້ນ.

  ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ, ທ່ານ​ນາງ Preeti Saran ​ເອກ​ອັກຄະ​ລັດຖະທູດອິນ​ເດຍ ປະຈຳຫວຽດນາມ ຢືນຢັນ​ວ່າ:

   “ສັບປະດາ​ວັດທະນະທຳ​ອິນ​ເດຍ ຢູ່​ນະຄອນ​ໂຮ່ຈິ​ມິນ ຖືກ​ຈັດ​ຂຶ້ນ​ເພື່ອ​ແນ​ໃສ່​ສະ​ແດງ​ໃຫ້​ເຫັນນ້ຳ​ໃຈ​ມິດຕະພາບ​ລະຫວ່າງ​ອິນ​ເດຍ ​ແລະ ຫວຽດນາມ ພາຍຫຼັງ​ການ​ຢ້ຽມຢາມ​ອິນ​ເດຍ ​ເມື່ອເດືອນ 11/2013 ຂອງ​ທ່ານ​ເລຂາທິການ​ໃຫ່ຍຫງວຽນ​ຫງວຽນ​ຟູ​ຈ້ອງ ດ້ວຍ​ບັນດາ​ຂໍ້​ຕົກລົງ​ສຳຄັນ​ຂອງ​ລັດຖະບານ​ສອງ​ປະ​ເທດ, ຍົກ​ສາຍ​ພົວພັນ​ລະຫວ່າງ​ສອງ​ຝ່າຍ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່. ສັບປະດາ​ວັດທະນະທຳ​ຄັ້ງນີ້ ກໍ່​ເພື່ອ​ແນ​ໃສ່​ຊຸກຍູ້​ບັນດາ​ການ​ພົວພັນ​ດ້ານ​ປະຫວັດສາດ ​ແລະ ວັດທະນະທຳ​ລະຫວ່າງ​ອິນ​ເດຍ ​ແລະ ຫວຽດນາມ ກ່ວາ​ອີກ“./.

 

ຂ່າວ/ບົດ​ອື່ນ