ສັບປະດາວັດທະນະທຳກິລາ - ການທ່ອງທ່ຽວທັດສະນີຍະພາບນາຂັ້ນໄດ

ສັບປະດາວັດທະນະທຳກິລາ - ການທ່ອງທ່ຽວທັດສະນີຍະພາບນາຂັ້ນໄດ - ảnh 1
ນາຂັ້ນໄດ ຢູ່ Mu Cang Chai
ພາບ: dulich.com



(vovworld) - ສັບປະດາ​ວັດທະນະທຳ ກິລາ ​ແລະ ການທ່ອງທ່ຽວ​ທັດສະນີ​ຍະ​ພາບ​ນາ​ຂັ້ນ​ໄດ​ປີ 2012 ຈະດຳ​ເນີນ​​ຢູ່​ເມືອງ Mu Cang Chai ​ແຂວງ Yen Bai ​ແຕ່​ວັນ​ທີ 14 -20/9. ​ໃນ​ຂອບ​ເຂດ​ສັບ​ປະດາ​ວັດທະນະທຳ​ດັ່ງກ່າວ​ຈະ​ດຳ​ເນີນ​ງານຕະຫລາດນັດ​ເຂດ​ພູ​ສູງ, ງານ​ຕະຫລາດນັດ​ການ​ຄ້າ​ການທ່ອງທ່ຽວ; ການ​ແນະນຳ​ຮູບ​ພາບ​ກ່ຽວ​ກັບ​ນາ​ຂັ້ນ​ໄດ​ Mu Cang Chai, ຈັດ​ຕັ້ງ​ບັນດາ​ລາຍການ​ທ່ອງ​ທ່ຽວ​ຊີວະ​ພາບ ​ແລະ ພະ​ຈົນ​ໄພ; ຈັດ​ຕັ້ງ​ການ​ພົບປະ​ແລກປ່ຽນ, ​ການ​ແຂ່ງຂັນ​ກິລາ​ພື້ນ​ເມືອງ​ປະ​ເພດ​ຕ່າງໆ. ນີ້​ແມ່ນ​ຄັ້ງ​ທີ 2 ​ແຂວງ Yen Bai ຈັດ​ຕັ້ງ​ສັບປະດາ​ວັດທະນະທຳ ກິລາ ​ແລະ ການທ່ອງທ່ຽວ​ທັດສະນີ​ຍະ​ພາບ​ນາ​ຂັ້ນ​ໄດ.  ​ເຫດການ​ນີ້​ແມ່ນ​ກາລະ​ໂອກາດ​ໂຄສະນາ​ພາບ​ພົດ​ປູຊະນີຍະສະຖານ​ແຫ່ງ​ຊາດ​ນາ​ຂັ້ນ​ໄດ Mu Cang Chai ກໍ​ຄື​ບັນດາ​ຈຸດ​ວັດທະນະທຳ​ທ້ອງຖິ່ນ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ປະຊາຊົນ​ເຜົ່າ​ມົ້ງ ມາສູ່​ນັກ​ທ່ອງ​ທ່ຽວ​ພາຍ​ໃນ​ ​ແລະ ຕ່າງປະ​ເທດ, ຈາກ​ນັ້ນ ພັດທະນາ​ການທ່ອງທ່ຽວ, ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ໃຫ້​ແກ່​ປະຊາຊົນ​ເມືອງ​ພູສູງ​ທີ່​ທຸກ​ຍາກ​ກວ່າ​ໝູ່​ໃນ​ທົ່ວ​ປະ​ເທດ. ທ່ານ Nguyen Trong Khang ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ເມືອງ Mu Cang Chai ​ແຂວງ Yen Bai ​ໃຫ້​ຮູ້​ວ່າ:

“ພວກ​ຂ້າພະ​ເຈົ້າ​ໄດ້​ສົມທົບ​ກັບ​ພະ​ແນ​ກວັດທະນະທຳ ກິລາ ​ແລະ ການທ່ອງທ່ຽວ ສ້າງ​​ແຕ່​ລະລາຍ​ໃນ​ສັບປະດາ​ໃຫ້​ສຳ​ເລັດ​​ໂດຍ​ພື້ນຖານ​ແລ້ວ. ​ເນື້ອ​ໃນ​ຂອງ​ສັບປະດາ​ວັດທະນະທຳ ລວມມີ​: ການແນະນຳ​ທັດສະນີ​ຍະ​ພາບ​ນາ​ຂັ້ນ​ໄດ, ບັນດາ​ຈຸດ ວັດທະນະທຳ​​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ ປະຊາຊົນ​ເຜົ່າ​ມົ້ງ.”

ຂ່າວ/ບົດ​ອື່ນ