ສັບປະດາວັດທະນະທຳກິລາແລະທ່ອງທ່ຽວ ເພື່ອຮັບຕ້ອນຊີເກມ 31

(VOVWORLD) -ແຂວງຫ໋າຍເຢືອງຈະດຳເນີນສັບປະດາວັດທະນະທຳກິລາແລະທ່ອງທ່ຽວ ເພື່ອຮັບຕ້ອນຊີເກມ 31 ແລະໂຄສະນາບັນດາຈຸດວັດທະນະທຳພື້ນເມືອງ ພ້ອມກັບບັນດາຜະລິດຕະພັນວັດທະນະທຳທ່ອງທ່ຽວທີ່ເປັນເອກະລັກຂອງທ້ອງຖິ່ນ
ສັບປະດາວັດທະນະທຳກິລາແລະທ່ອງທ່ຽວ ເພື່ອຮັບຕ້ອນຊີເກມ 31 - ảnh 1ພາບປະກອບ

    ໃນລະຫວ່າງວັນທີ 14 ຫາວັນທີ 20 ພຶດສະພາແຂວງຫ໋າຍເຢືອງຈະດຳເນີນສັບປະດາວັດທະນະທຳກິລາແລະທ່ອງທ່ຽວ ເພື່ອຮັບຕ້ອນຊີເກມ 31 ແລະໂຄສະນາບັນດາຈຸດວັດທະນະທຳພື້ນເມືອງ ພ້ອມກັບບັນດາຜະລິດຕະພັນວັດທະນະທຳທ່ອງທ່ຽວທີ່ເປັນເອກະລັກຂອງທ້ອງຖິ່ນ ໃຫ້ແກ່ແຂກທ່ອງທ່ຽວແລະເພື່ອນມິດສາກົນ. ເຫດການຈະລວມມີບັນດາການເຄື່ອນໄຫວວັດທະນະທຳສະແດງສິລະປະລະຄອນຕຸກກະຕານ້ຳ, ສະແດງສິລະປະຂັບແຈ່ວບົນແມ່ນ້ຳ, ສາຍຮູບເງົາ...

    ເນື່ອງໃນໂອກາດນີ້ແຂວງຫ໋າຍເຢືອງກໍ່ຈັດຕັ້ງງານວາງສະແດງຜະລິດຕະພັນສິລະປະຫັດຖະກຳ, ຂອງຂວັນເປັນທີ່ລະນຶກ, ແນະນຳບັນດາລາຍການທ່ອງທ່ຽວທັງຢູ່ພາຍໃນແລະຕ່າງແຂວງ; ວາງສະແດງພາບລະດົມກຳລັງໃຈ, ພິເສດໃນວັນທີ 20 ພຶດສະພາ ຈະດຳເນີນການພົບປະແລກປ່ຽນລະຫວ່າງບັນດາກຸ່ມນັກຮຽນນັກສຶກສາເພື່ອຄຳນັບຮັບຕ້ອນຜົນສຳເລັດຂອງຊີເກນ 31 ແລະ ບັນດານັກກິລາປິງປອງຊາວ ຫ໋າຍເຢືອງ.

ຕອບກັບ

ຂ່າວ/ບົດ​ອື່ນ