ສັບປະດາສິນຄ້າ ຫວຽດນາມ ຢູ່ ໄທ
(ພາບອິນເຕີແນັດ)
(vovworld) - ວັນທີ 10/07 ຢູ່ Central World - ສູນການຄ້າໃຫຍ່ສຸດຂອງນະຄອນຫລວງ ບາງກອກ, ໄທ, ໄດ້ດຳເນີນພິທີໄຂ “ສັບປະດາໂຄສະນາສິນຄ້າ ຫວຽດນາມ ຢູ່ ໄທ” ໂດຍກຸ່ມບໍລິສັດ Central Group ສົມທົບກັບກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຈັດຕັ້ງ. ສັບປະດາສິນຄ້າ ຫວຽດນາມ ຢູ່ ໄທ ໄດ້ວາງສະແດງຜະລິດຕະພັນຂອງບັນດາວິສາຫະກິດແຖວໜ້າ ຫວຽດນາມ ຄື: ເຄື່ອງຕົບແຕ່ງພາຍໃນຂອງບໍລິສັດຕົບແຕ່ງພາຍໃນ ບີງຟຸ໋, ເຄື່ອງເຄືອບດິນເຜົາ ມີງລອງ, ເບຍ ໄຊງ່ອນ, ດອກໄຟ ດ້ຽນກວາງ ແລະ ຜະລິດຕະພັນອື່ນໆ. ນີ້ແມ່ນຄັ້ງທຳອິດ ທີ່ສັບປະດາສິນຄ້າ ຫວຽດນາມ ໄດ້ຮັບການຈັດຕັ້ງຢູ່ ໄທ ແລະ ເປັນຄັ້ງທີ 12 ໄດ້ຮັບການຈັດຕັ້ງຢູ່ຕ່າງປະເທດ. ເລື່ອງ Central Group ຈັດຕັ້ງການໂຄສະນາສິນຄ້າ ຫວຽດນາມ ຢູ່ ໄທ ແມ່ນກາລະໂອກາດທີ່ດີ ເພື່ອໃຫ້ 2 ປະເທດໄດ້ແລກປ່ຽນສິນຄ້າດ້ານການຄ້າ, ຍົກສູງກຳລັງຄວາມສາມາດໃນການການຜະລິດ, ດຳເນີນທຸລະກິດຂອງວິສາຫະກິດ ຫວຽດນາມ ກໍ່ຄືເພື່ອເຊີດຊູພື້ນຖານວັດທະນະທຳ, ອາຫານການກິນ ຫວຽດນາມ ຢູ່ ໄທ ແລະ ບັນດາປະເທດໃນພາກພື້ນ ອາຊຽນ. ນີ້ກໍ່ແມ່ນກາລະໂອກາດໃຫຍ່ ເພື່ອໃຫ້ບໍລິສັດ Central Group ແນະນຳພື້ນຖານວັດທະນະທຳ ແລະ ຜະລິດຕະພັນຂອງຊາວ ຫວຽດນາມ ເຖິງຊາວໄທ ແລະ ສະແດງໃຫ້ເຫັນຢ່າງຈະແຈ້ງ ກ່ຽວກັບຄວາມຕັດສິນໃຈໜູນຊ່ວຍວິສາຫະກິດ ຫວຽດນາມ ບືນຕົວອອກສູ່ຕະຫລາດສາກົນ ໂດຍຜ່ານຕາໜ່າງການແຈກຢາຍຢ່າງກ້ວາງຂວາງຂອງ Central Group ໃນທົ່ວໂລກ.