ສປຊ ຕີລາຄາສູງບົດບາດສຳຄັນຂອງ ຫວຽດນາມ ໃນຄວາມມານະພະຍາຍາມທົ່ວໂລກກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ

(VOVWORLD) - ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ພົບປະກັບທ່ານ Selwin Hart,  ຜູ້ຊ່ວຍວຽກເລຂາທິການໃຫຍ່ ສປຊ
ສປຊ ຕີລາຄາສູງບົດບາດສຳຄັນຂອງ ຫວຽດນາມ ໃນຄວາມມານະພະຍາຍາມທົ່ວໂລກກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ - ảnh 1ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ພົບປະກັບທ່ານ Selwin Hart,  ຜູ້ຊ່ວຍວຽກເລຂາທິການໃຫຍ່ ສປຊ

ວັນທີ 21 ທັນວາ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ພົບປະກັບທ່ານ Selwin Hart,  ຜູ້ຊ່ວຍວຽກເລຂາທິການໃຫຍ່ ສປຊ, ທີ່ປຶກສາພິເສດຂອງ ເລຂາທິການໃຫຍ່ຮັບຜິດຊອບການກະທຳກ່ຽວກັບປ່ຽນແປງຂອງດິນຟ້າອາກາດ.

        ທີ່ການພົບປະ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ໄດ້ຂອບອົກຂອບໃຈ ທ່ານເລຂາທິການໃຫຍ່ ສປຊ Antonio Guterres ແລະ ສປຊ ໄດ້ຕັ້ງໜ້າໜູນຊ່ວຍ ຫວຽດນາມ ໃນການສ້າງຂໍ້ຕົກລົງຄູ່ຮ່ວມມືກ່ຽວກັບການຫັນປ່ຽນພະລັງງານຢ່າງຍຸຕິທຳກັບບັນດາຄູ່ຮ່ວມມືສາກົນ ກໍ່ຄືໃນວິວັດການປະຕິບັດບັນດາຄຳໝັ້ນສັນຍາຂອງ ຫວຽດນາມ ຢູ່ COP26. ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ຖືວ່າ ການສ້າງຂໍ້ຕົກລົງແມ່ນບາດກ້າວເລີ່ມຕົ້ນ ແລະ ປາດຖະໜາວ່າ ສປຊ ຈະສືບຕໍ່ຮ່ວມເດີນທາງພ້ອມກັບ ຫວຽດນາມ ໃນການສ້າງແຜນການປຸກລະດົມແຫຼ່ງກຳລັງເພື່ອປະຕິບັດຂໍ້ຕົກລົງໃຫ້ຄົບຖ້ວນ.

        ສ່ວນທ່ານ Selwin Hart,  ຜູ້ຊ່ວຍວຽກເລຂາທິການໃຫຍ່ ສປຊ ຢັ້ງຢືນວ່າ: ສປຊ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບ ຫວຽດນາມ ແລະ ບັນດາຄູ່ຮ່ວມມືສາກົນໃນການປະຕິບັດບັນດາຂໍ້ຕົກລົງ. ທ່ານ Selwin Hart ຖືວ່າ: ຫວຽດນາມ ພວມສວມບົດບາດສຳຄັນໃນຄວາມມານະພະຍາຍາມທົ່ວໂລກຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຫວັງວ່າ ຫວຽດນາມ ຈະສືບຕໍ່ແບ່ງປັນບັນດາປະສົບການ ແລະ ບົດຮຽນທີ່ປະສົບຜົນສຳເລັດກ່ຽວກັບການປ່ຽນແປງພະລັງງານ.

ຕອບກັບ

ຂ່າວ/ບົດ​ອື່ນ