ສ​ປ​ຊ ມີ​ຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ການ​ປະ​ທະ​ກັນ​ຢູ່​ຊີ​ຣີ ​ປີນ​ຂັ້ນ​ໄດ ແລະ ເປີດກວ້າງ​ຂອບ​ຂະ​ໜາດ

(VOVWORLD) -ບົດລາຍງານຍາວ 50 ໜ້າ ໄດ້ຊີ້ໃຫ້ເຫັນວ່າ ເຖິງວ່າ ຫຼາຍທ້ອງຖິ່ນທີ່ເຄີຍເປັນຈຸດຮ້ອນເຮັ່ງຂອງການປະທະກັນ ໄດ້ກັບຄືນສູ່ສະພາບການສະຫງົບກ່ວາ ໃນຊຸມປີມໍ່ໆມານີ້ແລ້ວ, ແຕ່ໃນ 6 ເດືອນໃກ້ໆນີ້ ພັດມີຄວາມຂາດສະຖຽນລະພາບເພີ່ມຂຶ້ນໃນທົ່ວປະເທດ.
ວັນທີ 14 ກັນຍາ, ສປຊ ໄດ້ປະກາດບົດລາຍງານຖືວ່າ ການປະທະກັນຢູ່ ຊີຣີ ພວມມີຄວາມສ່ຽງປີນຂັ້ນໄດ ພາຍຫຼັງເກີດການປະທະກັນຢູ່ບາງຈຸດຮ້ອນເຮັ່ງໃນທົ່ວປະເທດ ໃນຊຸມເດືອນມໍ່ໆມານີ້. ທ່ານ Paulo Sérgio Pinheiro ປະທານຄະນະກຳມະການສືບສວນ ຊີຣີ ຂອງ ສປຊ ຖືວ່າ ປະເທດນີ້ບໍ່ມີຄວາມສາມາດດ້ານການເງິນຢ່າງພຽງພໍເພື່ອຮັບມື ຖ້າຫາກວ່າການປະທະກັນເກີດຂຶ້ນກວ້າງກ່ວາ ແຕ່ສະພາບການພວມຜັນແປໄປທິດທາງນີ້. ບົດລາຍງານຍາວ 50 ໜ້າ ໄດ້ຊີ້ໃຫ້ເຫັນວ່າ ເຖິງວ່າ ຫຼາຍທ້ອງຖິ່ນທີ່ເຄີຍເປັນຈຸດຮ້ອນເຮັ່ງຂອງການປະທະກັນ ໄດ້ກັບຄືນສູ່ສະພາບການສະຫງົບກ່ວາ ໃນຊຸມປີມໍ່ໆມານີ້ແລ້ວ, ແຕ່ໃນ 6 ເດືອນໃກ້ໆນີ້ ພັດມີຄວາມຂາດສະຖຽນລະພາບເພີ່ມຂຶ້ນໃນທົ່ວປະເທດ.

ການປະທະກັນຢູ່ຊີຣີ ເກີດຂຶ້ນແຕ່ປີ 2011 ໄດ້ເຮັດໃຫ້ມີຜູ້ເສຍຊີວິດນັບແສນຄົນ ແລະ ຫຼາຍລ້ານຄົນບໍ່ມີເຮືອນຢູ່. ໃນຊຸມປີມໍ່ໆມານີ້, ສົງຄາມຫຼຸດລົງພາຍຫຼັງອຳນາດການປົກຄອງຂອງທ່ານ ປະທານາທິບໍດີ Bashar al-Assad ຍາດໄດ້ສິດຄຸ້ມຄອງສ່ວນຫຼາຍໃນປະເທດ, ຍູ້ໃຫ້ອົງການ ກໍ່ການຮ້າຍ “ລັດອິດສະລາມອ້າງຊື່ເອງ” (IS) ແລະ ພວກກະບົດຖອຍໄປ. ແຕ່ເຖິງຢ່າງໃດກໍຕາມ, ໃນ 6 ເດືອນຕົ້ນປີ 2022, ການໃຊ້ຄວາມຮຸນແຮງຢູ່ ຊີຣີມີສັນຍານປີນຂັ້ນໄດ. ຄະນະກຳມະການດັ່ງກ່າວມີຄວາມວິຕົກກັງວົນວ່າ ສົງຄາມຢູ່ ຊີຣີຍັງບໍ່ທັນສິ້ນສຸດຢ່າງສິີ້ນເຊີງ.

ຕອບກັບ

ຂ່າວ/ບົດ​ອື່ນ