ສ​ປ​ຊ ສະ​ໜອງ​ທັນ​ຍາ​ຫານ​ດ່ວນ​ໃຫ້​ແກ່​ຊາວ​ຢູ​ແກຼນ 1 ລ້ານ​ຄົນ

(VOVWORLD) -ວັນທີ 30 ມີນາ, ສປຊ ໄດ້ສະໜອງທັນຍາຫານດ່ວນໃຫ້ແກ່ຊາວຢູແກຼນ 1 ລ້ານຄົນ ເຖິງວ່າໄດ້ກ່າວເຕືອນມີຈຳນວນຄົນຫຼາຍກ່ວານັ້ນ ພວມຕົກຢູ່ໃນສະພາບອຶດຫິວ ແລະ ມີຜູ້ໃຫຍ່ຫຼາຍຄົນໄດ້ອົດອາຫານເພື່ອສະຫຼະໃຫ້ເດັກນ້ອຍກິນ.

ສ​ປ​ຊ ສະ​ໜອງ​ທັນ​ຍາ​ຫານ​ດ່ວນ​ໃຫ້​ແກ່​ຊາວ​ຢູ​ແກຼນ 1 ລ້ານ​ຄົນ - ảnh 1ພາບປະກອບ: TTXVN

ຕາມນັ້ນແລ້ວ, ໂຄງການທັນຍາຫານໂລກ (WFP) ໄດ້ແຈກຢາຍເຂົ້າຈີ 330.000 ກ້ອນໃຫ້ແກ່ບັນດາຄອບຄົວຢູ່ນະຄອນ Kharkov, ກໍ່ຄືສະໜອງໃຫ້ແກ່ບັນດາເຂດທີ່ເກີດການປະທະກັນ, ໃນນັ້ນມີ Sumy ຜ່ານຂະບວນລົດມະນຸດສະທຳ 2 ຂະບວນ. ຄາດຄະເນວ່າ, ໃນໄລຍະຈະມາເຖິງ, ຈະມີຂະບວນລົດຂົນສົ່ງທັນຍາຫານ - ອາຫານຫຼາຍກ່ວາອີກໄປຍັງຢູແກຼນ. ທ່ານ jakob Kern ຜູ້ປະສານງານດ່ວນຂອງ WFP ໃຫ້ຮູ້ວ່າ ຕາມແຜນການແລ້ວ, ສປຊ ຈະສືບຕໍ່ໜູນຊ່ວຍໃຫ້ຜູ້ທີ່ມີຄວາມສ່ຽງສູງທີ່ສຸດຢູ່ຢູແກຼນ.

ຕອບກັບ

ຂ່າວ/ບົດ​ອື່ນ