ສປຊ ຮຽກຮ້ອງການເຄື່ອນໄຫວທົ່ວໂລກສະກັດກັ້ນວິກິດການຂີ້ເຫຍື້ອ, ສິ່ງເສດເຫຼືອ
(VOVWORLD) - ຜູ້ນຳ ສປຊ ໄດ້ວາດພາບຮູບພາບທີ່ໂຫດຮ້າຍກ່ຽວກັບສະພາບແວດລ້ອມຖືກຊຸດໂຊມ ຍ້ອນມະນຸດໄດ້ອຸປະໂພກຫຼາຍເກີນໄປ ແລະ ມີສິ່ງເສດເຫຼືອຢ່າງຫຼວງຫຼາຍ. ດ້ວຍສິ່ງເສດເຫຼືອແຂງກ່ວາ 2 ຕື້ຊະນິດທີ່ເຂດຕົວເມືອງໄດ້ປ່ອຍໃນແຕ່ລະປີ
ຄອງເໝືອງຢູ່ ອິນເດຍ ໃນວັນທີ 24 ເມສາ 2023)
(ພາບ:AFP/TTXVN)
|
ວັນທີ 30 ມີນາ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ຮຽກຮ້ອງການປະຕິບັດບັນດາຄວາມມານະພະຍາຍາມທົ່ວໂລກ ເພື່ອແນໃສ່ແກ້ໄຂວິກິດການຂີ້ເຫຍື້ອ, ສິ່ງເສດເຫຼືອ. ມີສານໃນ ວີດີໂອ ຕອນໜຶ່ງໃນວັນສາກົນປອດສິ່ງເສດເຫຼືອ (30 ມີນາ), ທ່ານເລຂາທິການໃຫຍ່ ສປຊ ເນັ້ນໜັກວ່າ: ໜ່ວຍໂລກຂອງພວກເຮົາພວມມີຂີ້ເຫຍື້ອ, ສິ່ງເສດເຫຼືອຢ່າງຫຼວງຫຼາຍ.
ຜູ້ນຳ ສປຊ ໄດ້ວາດພາບຮູບພາບທີ່ໂຫດຮ້າຍກ່ຽວກັບສະພາບແວດລ້ອມຖືກຊຸດໂຊມ ຍ້ອນມະນຸດໄດ້ອຸປະໂພກຫຼາຍເກີນໄປ ແລະ ມີສິ່ງເສດເຫຼືອຢ່າງຫຼວງຫຼາຍ. ດ້ວຍສິ່ງເສດເຫຼືອແຂງກ່ວາ 2 ຕື້ຊະນິດທີ່ເຂດຕົວເມືອງໄດ້ປ່ອຍໃນແຕ່ລະປີ, ຜົນຮ້າຍຢ້ອນຫຼັງສຳລັບດິນຟ້າອາກາດ, ລະບົບຊີວະນາໆພັນ ແລະ ສຸຂະພາບຂອງປະຊາຊົນໃນໜ່ວຍໂລກ ແມ່ນໜັກໜ່ວງທີ່ສຸດ.
ທ່ານເລຂາທິການໃຫຍ່ ສປຊ ເນັ້ນໜັກເຖິງຄວາມສຳຄັນຂອງການກະທຳຂອງລັດຖະບານໃນການຊຸກຍູ້ພື້ນຖານເສດຖະກິດໝູນວຽນ, ບຸລິມະສິດເຖິງການນຳໃຊ້, ການຜະລິດຄືນໃໝ່, ການຟື້ນຟູ ແລະ ສະກັດກັ້ນສິ່ງເສດເຫຼືອ. ທ່ານ Antonio Guterres ກໍ່ຮຽກຮ້ອງບັນດາພົນລະເມືອງໃນທົ່ວໂລກໃຫ້ຄຳໝັ້ນສັນຍາປະຕິບັດບັນດາການເຄື່ອນໄຫວແບບຍືນຍົງເພື່ອປົກປັກຮັກສາຈັກກະວານ.