ສ​ປ​ຊ ຮຽກ​ຮ້ອງໃຫ້​ບັນ​ດາ​ປະ​ເທດ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ກອງ​ທຶນ ວັກ​ຊິນ ທົ່ວ​ໂລກ

(VOVWORLD) -ວັນທີ 30 ກັນຍາ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ຮຽກຮ້ອງໃຫ້ບັນດາປະເທດປະກອບເງິນຈຳນວນ 15 ຕື້ USD ເຂົ້າໃນກອງທຶນລວມທົ່ວໂລກໃນທັນທີ ເພື່ອແນໃສ່ຮັບປະກັນການຊື້ ແລະ ຈຳໜ່າຍວັກຊິນກັນພະຍາດ ໂຄວິດ - 19.
ສ​ປ​ຊ ຮຽກ​ຮ້ອງໃຫ້​ບັນ​ດາ​ປະ​ເທດ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ກອງ​ທຶນ ວັກ​ຊິນ ທົ່ວ​ໂລກ - ảnh 1ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ຮຽກຮ້ອງໃຫ້ບັນດາປະເທດປະກອບເງິນຈຳນວນ 15 ຕື້ USD ເຂົ້າໃນກອງທຶນລວມທົ່ວໂລກໃນທັນທີ  (ພາບ:AFP/ TTXVN)

ກ່າວຄຳເຫັນທີ່ກອງປະຊຸມທາງອອນລາຍ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ຖືວ່າ ບັນດາຄຳໝັ້ນສັນຍາດັ່ງກ່າວ ແມ່ນສວມບົດບາດສຳຄັນໃນການຮັບປະກັນການຊື້, ຜະລິດ ແລະ ສະສົມວັກຊິນ, ພ້ອມທັງສືບຕໍ່ຄົ້ນຄວ້າ ແລະ ຊ່ວຍໃຫ້ບັນດາປະເທດໄດ້ຊົມໃຊ້ຜົນປະໂຫຍດຈາກວັກຊິນໄດ້ຢ່າງສຸດຂີດ ເມື່ອບັນດາຜະລິດຕະພັນດັ່ງກ່າວໄດ້ນຳມາຈຳໜ່າຍຢູ່ທ້ອງຕະຫຼາດ.

        ທ່ານລັດຖະມົນຕີການຕ່າງປະເທດ ອັງກິດ Dominic Raab ໃຫ້ຮູ້ວ່າ ປັດຈຸບັນ ອັງກິດ ໃຫ້ຄຳໝັ້ນສັນຍາວ່າ ຈະປະກອບເງິນ ຈຳນວນ 320 ລ້ານ USD. ໃນຂະນະນັ້ນ, ທ່ານນາຍົກລັດຖະມົນຕີ ຊູແອັດ Stefan Lofven ກໍໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະປະກອບ 10 ລ້ານ USD ແລະ ທ່ານນາຍົກລັດຖະມົນຕີ ການາດາ Justin Trudeau  ກໍ່ຈະປະກອບ ເງິນປະມານ 440 ລ້ານ USD ເຂົ້າກອງທຶນດັ່ງກ່າວ ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ