ສ​ປ​ຊ ຮຽກ​ຮ້ອງ​ໃຫ້​ບັນ​ດາ​ສູ້​ຢັນ​ກັນ​ຢູ່ ເຢ​ແມນ ​ປະ​ຕິບ​ັດ​ຕາມ​ຂໍ້​ຕົກ​ລົງ​ຢຸດ​ຍິງ

(VOVWORLD) -ວັນທີ 13 ເມສາ, ທ່ານ Hans Grundberg ທູດພິເສດຂອງ ສປຊ ປະຈຳ ເຢແມນ ໄດ້ຮຽກຮ້ອງໃຫ້ບັນດາຝ່າຍສູ້ຢັນກັນຢູ່ ເຢແມນ ຍົກອອກ ຄຳໝັ້ນສັນຍາຢ່າງເຂັ້ມງວດ” ກ່ຽວກັບການຮັກສາຂໍ້ຕົກລົງຢຸດຍິງ.
ສ​ປ​ຊ ຮຽກ​ຮ້ອງ​ໃຫ້​ບັນ​ດາ​ສູ້​ຢັນ​ກັນ​ຢູ່ ເຢ​ແມນ ​ປະ​ຕິບ​ັດ​ຕາມ​ຂໍ້​ຕົກ​ລົງ​ຢຸດ​ຍິງ - ảnh 1(ພາບປະກອບ: AFP/TTXVN)

ທ່ານ Grundberg ກໍ່ໄດ້ຍົກອອກຄຳຮຽກຮ້ອງດັ່ງກ່າວພາຍຫຼັງສິ້ນສຸດການຢ້ຽມຢາມນະຄອນຫຼວງ Sanaa ໂດຍກຳລັງ Houthi ຄຸ້ມຄອງ ມາເປັນເວລາ 3 ວັນ. ນະທີ່ນີ້, ທ່ານ Grundberg ໄດ້ປຶກສາຫາລືກັບ ບັນດາການນຳຂອງ Houthi. ທ່ານກໍ່ກ່າວເຕື່ອມວ່າ: “ໃນຂະນະທີ່ພວກຂ້າພະເຈົ້າເຫັນໄດ້ວ່າ ຂໍ້ຕົກລົງຢຸດຍິງພວມໄດ້ຮັກສາໃນວົງກ້ວາງ, ພວກຂ້າພະເຈົ້າກໍ່ຕ້ອງເອົາໃຈໃສ່ເຖິງບັນດາສິ່ງທ້າທາຍ. ພວກຂ້າພະເຈົ້າພວມອີງໃສ່ຄຳໝັ້ນສັນຍາຢ່າງເຂັ້ມງວດ ແລະ ຕໍ່ເນື່ອງຂອງບັນດາຝ່າຍໃນການຮັກສາຂໍ້ຕົກລົງຢຸດຍິງ”.

        ຄຳສັ່ງຢຸດຍິງໄດ້ແກ່ຍາວເປັນເວລາ 2 ເດືອນຢູ່ເຢແມນ, ໂດຍ ມີສປຊ ເປັນກາງ ແລະ ເລີ່ມມີຜົນບັງຄັບໃຊ້ນັບແຕ່ວັນທີ 2 ເມສາເປັນຕົ້ນມາ.

ຕອບກັບ

ຂ່າວ/ບົດ​ອື່ນ