ສ​ປ​ຊ ຮຽກ​ຮ້ອງ​ໃຫ້​ໃ​ການ​ກະ​ທຳ​ໂດຍ​ໄວ ແລະ ເດັດ​ດ່​ຽວ ເພື່ອ​ແກ້​ໄຂວິ​ກິດ​ການ​ດ້ານ​ສະ​ບຽງ​ອາ​ຫານ​ທົ່ວ​ໂລກ

(VOVWORLD) -ວັນທີ 1 ມິຖຸນາ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ຮຽກຮ້ອງໄດ້ມີການກະທຳໂດຍໄວ ແລະ ເດັດດ່ຽວ ເພື່ອຮັບປະກັນການຈາລະຈອນສະບຽງອາຫານໃນຕະຫຼອດໄລຍະເວລາທີ່ເກີດການປະທະກັນຢູ່ຢູແກຼນ ເຊິ່ງໄດ້ເຮັດໃຫ້ ຕະຫຼາດສະບຽງອາຫານ ແລະ ພະລັງງານທົ່ວໂລກຂາດວັກຂາດຕອນ.
ສ​ປ​ຊ ຮຽກ​ຮ້ອງ​ໃຫ້​ໃ​ການ​ກະ​ທຳ​ໂດຍ​ໄວ ແລະ ເດັດ​ດ່​ຽວ ເພື່ອ​ແກ້​ໄຂວິ​ກິດ​ການ​ດ້ານ​ສະ​ບຽງ​ອາ​ຫານ​ທົ່ວ​ໂລກ - ảnh 1ພາບປະກອບ: AFP/TTXVN

ກ່າວຄຳເຫັນທີ່ການຖະແຫຼງຂ່າວ ຢູ່ Stockholm, ທ່ານ Antonio Guterres ຖືວ່າ ຕ້ອງຢຸດຕິການປະທະກັນໃນທັນທີ ຍ້ອນວ່າ ບໍ່ພຽງແຕ່ກໍ່ຜົນເສຍຫາຍຢູ່ ຢູແກຼນເທົ່ານັ້ນ ການປະທະກັນຍັງເຮັດໃຫ້ເກີດວິກິດການຫຼາຍລະດັບໃນທົ່ວໂລກອີກດ້ວຍ, ໃນນັ້ນມີ 3 ຂົງເຂດຖືກໄດ້ຄວາມກົດດັ່ນຕົ້ນຕໍນັ້ນແມ່ນ ສະບຽງອາຫານ, ພະລັງງານ ແລະ ການເງິນ, ເຊິ່ງກໍ່ຜົນສະທ້ອນໂດຍກົງຕໍ່ປະຊາຊົນ, ບັນດາປະເທດ ແລະ ພື້ນຖານເສດຖະກິດທີ່ອ່ອນແອທີ່ສຸດ. ທ່ານ Antonio Guterres ເນັ້ນໜັກວ່າ ຕ້ອງມີການກະທຳໂດຍໄວ ແລະ ເດັດດ່ຽວຮັບປະກັນແຫຼ່ງສະໜອງສະບຽງອາຫານຊະນິດຕ່າງໆ ແລະ ພະລັງງານໃນທົ່ວໂລກຢ່າງເປັນປົກກະຕິ, ຜ່ານບັນດາມາດຕະການຄື ຍົກເລີກຂໍ້ຈຳກັດການສົ່ງອອກ, ຈັດແບ່ງແຫຼ່ງສະໜອງທີ່ເຫຼືອຫຼາຍ ແລະ ແຫຼ່ງສະໜອງສຳຮອງ ໃຫ້ແກ່ກຸ່ມຄົນທີ່ມີຄວາມສ່ຽງສູງ, ແກ້ໄຂສະພາບການຂຶ້ນລາຄາສະບຽງອາຫານ ເພື່ອຮັກສາຕະຫຼາດໃຫ້ເປັນປົກກະຕິ.

ຕອບກັບ

ຂ່າວ/ບົດ​ອື່ນ