(vovworld) - ວັນທີ 1/3, ໂຄສົກຂອງທ່ານເລຂາທິການໃຫຍ່ ສປຊ Ban Ki Moon ໄດ້ຮຽກຮ້ອງຈົ່ງຢຸດຕິການໃຊ້ຄວາມຮຸນແຮງຢູ່ ບັງກະລາເທດ ຊື່ງໄດ້ເກີດການແຫ່ຂະບວນປະທ້ວງຄັ້ງຕ່າງໆຂອງປະຊາຊົນນັບຮ້ອຍໆຄົນພາຍຫລັງສານປະກາດຄຳຕິດສິນປະຫານຊີວິດການນຳຂອງພັກອິດສະລາມຜູ້ຫນຶ່ງ Jamaat e Islami ຍ້ອນໂທດກຳສົງຄາມປີ 1971. ຕາມໂຄສົກດັ່ງກ່າວແລ້ວ, ເລຂາທິການໃຫຍ່ ສປຊ ຮັບຮູ້ວ່າ ການພິພາກສາໂທດກຳສົງຄາມ ແມ່ນວິວັດການຂອງປະເທດ ແລະ ຮຽກຮ້ອງໃຫ້ທຸກຝ່າຍກ່ຽວຂ້ອງຕ້ອງເຄົາລົບຂໍ້ກຳນົດຂອງກົດໝາຍ, ຢຸດຕິການໃຊ້ຄວາມຮຸນແຮງ ແລະ ສະແດງທັດສະນະຂອງຕົນໂດຍສັນຕິວິທີ. ໃນວັນດຽວກັນ, ຮອງໂຄສົກກະຊວງການຕ່າງປະເທດ ອາເມລິກາ ກໍໄດ້ຮຽກຮ້ອງຊາວ ບັງກະລາເທດ ຕ້ອງສະແດງທັດສະນະໂດຍສັນຕິວິທີ ພ້ອມທັງຊົມເຊີຍບັນດາຄວາມມານະພະຍາຍາມເພື່ອສັນຕິພາບຂອງລັດຖະບານ ບັງກະລາເທດ.