ສປຊກ່າວເຕືອນບັນດາປະເທດພວມເດີນບໍ່ຖືກທິດໃນການຕ້ານການປ່ຽນແປງຂອງດິນຟ້າອາກາດ

(VOVWORLD) -ໂລກພວມເດີນບໍ່ຖືກທິດໃນແຜນການສະກັດກັ້ນສະພາບການປ່ຽນແປງຂອງດິນຟ້າອາກາດ.

ສປຊກ່າວເຕືອນບັນດາປະເທດພວມເດີນບໍ່ຖືກທິດໃນການຕ້ານການປ່ຽນແປງຂອງດິນຟ້າອາກາດ - ảnh 1 ກອງປະຊຸມ COP 24

(ພາບ: REUTERS)

ກ່າວຄຳເຫັນທີ່ກອງປະຊຸມກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຂອງສະຫະປະຊາຊາດ (COP 24) ພວມດຳເນີນຢູ່ Katowice, ປະເທດໂປໂລຍ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ໃຫ້ຂໍ້ຢັ້ງຢືນວ່າ, ບັນດາປະເທດພວມເຫັນປະຈັກຕາບັນດາຜົນກະທົບຂອງໄພພິບັດທຳມະຊາດ ພາໄປເຖິງການທຳລາຍໃນຂອບເຂດທົ່ວໂລກຢ່າງໜັກໜ່ວງ, ແຕ່ເຖິງຢ່າງໃດກໍ່ຕາມ, ມະນຸດຍັງບໍ່ທັນມີການກະທຳຢ່າງໄວວາ ແລະ ຄົບຖ້ວນ ເພື່ອສະກັດກັ້ນສະພາບການດັ່ງກ່າວ. ທ່ານ Guterres ກໍ່ຮຽກຮ້ອງໃຫ້ບັນດາປະເທດພັດທະນາເພີ່ມງົບປະມານໜູນຊ່ວຍບັນດາປະເທດພວມພັດທະນາໃນການຕໍ່ສູ້ຕ້ານການປ່ຽນແປງຂອງດິນຟ້າອາກາດ.

        ເກືອບ 200 ປະເທດສະມາຊິກເຂົ້າຮ່ວມການລົງນາມໃນສັນຍາ ປາຣີ 2015 ກ່ຽວກັບການຕ້ານການປ່ຽນແປງຂອງດິນຟ້າອາກາດທີ່ມີກຳນົດເວລາ 2 ອາທິດ ຢູ່ Katowice, ເພື່ອສ້າງສຳເລັດປະມວນມາດຕະຖານແນໃສ່ກົດໜ່ວງສະພາບອຸນຫະພູມຂອງໜ່ວຍໂລກເພີ່ມຂຶ້ນ ຢູ່ໃນລະດັບຕ່ຳກວ່າ 2 °C ເມື່ອທຽບໃສ່ໄລຍະກ່ອນອຸດສາຫະກຳ ແລະ ສືບຕໍ່ມານະພະຍາຍາມເພື່ອກົດໜ່ວງສະພາບອຸນຫະພູມເພີ່ມຂຶ້ນເຖິງ 1,5 °C.

ຕອບກັບ

ຂ່າວ/ບົດ​ອື່ນ