ທ່ານ ທູດພິເສດຂອງ ສປຊ Ismail Ould Cheikh Ahmed
(ພາບ: EPA/TTXVN)
|
(vovworld) – ວັນທີ 25/10, ທ່ານ Ismail Ould Cheikh Ahmed ທູດພິເສດຂອງ ສປຊ ກ່ຽວກັບບັນຫາ Yemen ໄດ້ກະຕຸກຊຸກຍູ້ບັນດາຝ່າຍກ່ຽວຂ້ອງເຫັນດີເປັນເອກະສັນຕໍ່ວິວັດທະນາການການເມືອງ ເພື່ອແນໃສ່ແກ້ໄຂການປະທະກັນຢູ່ປະເທດ ຕາເວັນອອກກາງນີ້. ທ່ານ Ahmed ໄດ້ຮຽກຮ້ອງທະຫານກະບົດ Houthi ແລະ ບັນດາກຳລັງຈົ່ງຮັກພັກດີກັບທ່ານ ປະທານາທິບໍດີ ຜູ້ຖືກໂຄ່ນລົ້ມ Ali Abdullah Saleh ຄັດຄ້ານຂໍ້ລິເລີ່ມດ້ານການເມືອງ ແລະ ຄວາມໝັ້ນຄົງດັ່ງກ່າວໃນ 2, 3 ວັນຈະມາເຖິງ, ກ່ອນທີ່ຈັດຮອບເຈລະຈາສັນຕິພາບຄັ້ງໃໝ່ກ່ຽວກັບ Yemen ໂດຍ ສປຊ ອຸປະຖຳ ສາມາດເຊື່ອມຕໍ່ຄືນໃໝ່.
ຂໍ້ລິເລີ່ມກ່ຽວກັບມາດຕະການດ້ານການເມືອງຢູ່ Yemen ໂດຍທ່ານ Ahmed ລິເລີ່ມນັ້ນລວມມີເລື່ອງ ທ່ານ Abd Rabu Mansour Hadi, ປະທານາທິບໍດີ ຄົນປະຈຸບັນຂອງ Yemen ຕ້ອງໄດ້ຮັບຮອງວ່າແມ່ນປະທານາທິບໍດີໃນອຳນາດການປົກຄອງຂ້າມຜ່ານ ແລະ ເລື່ອງບົ່ງຕົວຕຳແໜ່ງຮອງປະທານາທິບໍດີຕ້ອງໄດ້ຮັບຄວາມເຫັນດີເຫັນພ້ອມຈາກທຸກໆຝ່າຍກ່ຽວຂ້ອງ, ພົ້ນຕຳແໜ່ງທ່ານ Ali Mohsin Al – Ahmar, ຮອງປະທານາທິບໍດີ ໃນປະຈຸບັນພາຍຫຼັງທີ່ບັນດາຝ່າຍປະທະກັນເຊັນຂໍ້ຕົກລົງການເມືອງ, ສ້າງຕັ້ງລັດຖະບານສາມັກຄີດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າບັນດາພັກຝ່າຍໃນຮອບເວລາ 1 ເດືອນພາຍຫຼັງຂໍ້ຕົກລົງດ້ານການເມືອງໄດ້ຮັບການລົງນາມ.