ສປຊຮຽກຮ້ອງໃຫ້ອີຣານໃຫ້ສັດຕະຍາບັນສັນຍາຫ້າມທົດລອງນິວເຄຼຍຮອບດ້ານ

ສປຊຮຽກຮ້ອງໃຫ້ອີຣານໃຫ້ສັດຕະຍາບັນສັນຍາຫ້າມທົດລອງນິວເຄຼຍຮອບດ້ານ - ảnh 1
(ພາບປະກອບ)

(vovworld) – ວັນ​ທີ 12/09, ສະຫະ​ປະຊາ​ຊາດ ​ໄດ້​ຮຽກຮ້ອງ​ໃຫ້​ອີຣານ ປະຕິບັດຕາມ​ຂໍ້ຕົກລົງ​ນິວ​ເຄຼຍປະຫວັດສາດ​ກັບ​ກຸ່ມ P5+1, ຮັບຮອງ​ເອົາ​ເລື່ອງໃຫ້​ສັດຕະຍາບັນ​ສັນຍາ​ຫ້າມທົດ​ລອງ​ນິວ​ເຄຼຍຮອບດ້ານ, ​ໃຫ້​ຄຳ​ໝັ້ນ​ສັນຍາ​ບໍ່​ດຳ​ເນີນ​ບັນ​ດາ​ກາ​ນທົດ​ລອງ​ນິວ​ເຄຼຍ. ທ່ານ Lassina Zerbo, ຫົວໜ້າ​ອົງການ​ຫ້າມ​ທົ​ດລອງ​ນິວ​ເຄຼຍຂອງ​ສະຫະ​ປະຊາ​ຊາດ ຖື​ວ່າ, ອີຣານ ຕ້ອງ​ລົງ​ນາມ​ໃນ​ຂໍ້​ຕົກລົງຫ້າມ​ທົ​ດລອງ​ນິວ​ເຄຼຍຮອບດ້ານ, ກ່​ອນທີ່​ດຳ​ເນີນ​ບໍ່​ວ່າການ​ເຈລະຈາ​ໃດ​ໆ ກ່ຽວ​ກັບ​ໂຄງການ​ນິວ​ເຄຼຍ ​ເພື່ອ​ຮັບປະກັນ​ວ່າ ປະ​ເທດ​ນີ້​ບໍ່​ມີ​​ເຈດ​ຈຳນົງ​ພັດທະນາ​ອາວຸດ​ນິວ​ເຄຼຍ ​ແລະ ​ເຄົາ​ລົບ​ທຸກ​ສັນຍາ​ຄວບ​ຄຸມ​ອາ​ວຸດ.

ຂ່າວ/ບົດ​ອື່ນ