ສປຊເຊີນ3ປະເທດອາຣັບເຂົ້າຮ່ວມກອງປະຊຸມກ່ຽວກັບສັນຕິພາບຢູ່ຕາເວັນອອກກາງ

ສປຊເຊີນ3ປະເທດອາຣັບເຂົ້າຮ່ວມກອງປະຊຸມກ່ຽວກັບສັນຕິພາບຢູ່ຕາເວັນອອກກາງ - ảnh 1
ທ່ານ Bankimoon  ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ

(vovworld)-  ວັນ​ທີ 5/9, ທ່ານ Bankimoon  ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ໄດ້​ເຊີນ ອ​ີ​ຢີບ, ຈໍ​ແດນ ແລະ ອາ​ຣັບ​ບີ ຊາ​ອຸ​ດີດ ເຂົ້າ​ຮ່ວມກອງ​ປະ​ຊ​ຸມ​ດຳ​ເນີນໃນ​ເດືອນນີ້ ຂອງ​ກຸ່ມ 4 ປະ​ເທດ ກ່ຽວ​ກັບ​ສັນ​ຕິ​ພາບ​ຢູ່​ຕາ​ເວັນ​ອອກ​ກາງ (ລວມ​ມີ ສ​ປ​ຊ, ສ​ະ​ຫະ​ພາບ​ເອີ​ລົບ, ອາ​ເມ​ລິ​ກາ ແລະ ລັດ​ເຊຍ) ເພື່ອ​ຊອກ​ຫາ​ມາດ​ຕະ​ການ​ດ້ານ​ການ​ເມືອງ​ໃຫ້​ແກ່​ການ​ປະ​ທະ​ກັນ​ລະ​ຫວ່າງ ອິດ​ສະ​ຣ​າ​ແອນ ແລະ ປາ​ແລດ​ສະ​ຕີນ. ລັດ​ຖ​ະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຂອງ​ສາມ​ປະ​ເທດ​ດັ່ງ​ກ່າວ ຈະ​ພ້ອມ​ກັບ​ບັນ​ດາ​ຄູ່​ຕຳ​ແຫນ່ງ ລັດ​ເຊຍ, ອາ​ເມ​ລິ​ກາ ແລະ ຂ້າ​ຫລວງ​ໃຫຍ່​ຮັບ​ຜິດ​ຊອບ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ ແລະ ປ້ອງ​ກັນ​ຄວາມ​ສະ​ຫງົບ ຂອງ ສະ​ຫະ​ພາບ​ເອີ​ລົບ ເຂົ້າ​ຮ່ວມ​ບັນ​ດາ​ການ​ເຈ​ລະ​ຈາ​ໃນ​ວັນ​ທີ 30/9 ຢູ່ນອກກອງ​ປະ​ຊຸມ​ຂອງ ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສະ​ຫະ​ພັນ ອາ​ຣັບ ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມນີ້.

 

 

 

 

ຂ່າວ/ບົດ​ອື່ນ