ສປປ ເກົາຫຼີ ກ່າວເຕືອນ ເລື່ອງບັນດາປະເທດ ຍິງສະກັດດາວທຽມ

ສປປ ເກົາຫຼີ ກ່າວເຕືອນ ເລື່ອງບັນດາປະເທດ ຍິງສະກັດດາວທຽມ - ảnh 1
ການນຳ ສປປ ເກົາຫຼີ Kim Jong Ul
(ພາບ: Yonhap)

(vovworld) - ​​ໂຄ​ສົກ​ຄະນະ​ກຳມະກາ​ນສັນຕິພາບ​ ​ເອກະ​ພາບ​ຂອງ ສປປ ​ເກົາ​ຫຼີ ​ເມື່ອວັນ​ທີ 5/4 ໃຫ້​ຮູ້​ວ່າ: ປະ​ເທດ​ນີ້​ຖື​ການຍິງ​ສະກັດດາວ​ທຽມ ​ແມ່ນ​ການ​ກະທຳ​ກໍ່​ສົງຄາມ ​ແລະ ຈະມີ​ການ​ກະທຳ​ໂຕ້​ຕອບ​ທີ່​ແຂງ​ກະ​ດ້າງ. ສຳ​ນັກ​ຂ່າວສານ​ສູນ​ກາງ ສປປ ​ເກົາຫຼີ (ຫຼື KCNA) ​ໄດ້​ຄັດ​ຄຳ​ເວົ້າ​ຂອງ​ໂຄສົກ​ຜູ້​ນີ້​​ວ່າ​: ດາວ​ທຽມ Kwangmyongsong – 3 ​ເຊິ່ງປະ​ເທດ​ນີ້ກະກຽມ​ຍິງ ​ແມ່ນ​ດາວ​ທຽມ​ສັນຕິພາບ, ​ເພື່ອ​ຈຸດປະ​ສົງ​ພັດທະນາ​ວິທະຍາສາດ. ສປປ ​ເກົາຫຼີ ຮັບປະກັນ​ລັກສະນະ​ຖືກ​ຕ້ອງຕາ​ມກົດໝາຍ ​ແລະ ກະຈ່າງ​ແຈ້ງ​ຂອງ​ທັງວິ​ວັດ​ການ​ຍິງ​ດາວ​ທຽມ. ດັ່ງ​ນັ້ນ, ​ເລື່ອງ​ປະ​ເທດ​​​ໃດ​ໜຶ່ງ ຍິງ​ສະກັດດາວ​ທຽມ​ຂອງ ສປປ ​ເກົາຫຼີ ຈະ​ແມ່ນ​ການ​ກະທຳ​ກໍ່ສົງຄາມ ​ແລະ ຈະ​ຕ້ອງ​ຮັບ​ຜົນ​ຮ້າຍ​ຢ່າງ​ໜັກໜ່ວງ.

        ສປປ ​ເກົາຫຼີ ມີ​ແຜນການ​ຍິງ​ດາວ​ທຽມ Kwangmyongsong – 3 ​​ແຕ່​ວັນ​ທີ 12 – 16/4 ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 100 ປີ​ແຫ່​ງວັນ​ຄ້ານ​ວັນ​ເກີດ​ຂອງ​ອະດີດ​ປະທານ Kim Il Sung.

ຂ່າວ/ບົດ​ອື່ນ