(vovworld) - ວັນທີ 15/3, ສປປ ເກົາຫຼີ ໄດ້ຍິງທົດລອງລູກສອນໄຟໄລຍະສັ້ນປະມານ 120 ກມ 2 ລູກອອກສູ່ທະເລຂອງ ຍີ່ປຸ່ນ ໃນສະພາບການຄວາມເຄັ່ງຕຶງພວມເພີ່ມຂຶ້ນຢູ່ແຫຼມ ເກົາຫຼີ ພາຍຫຼັງເຫດການ ພຽງຢາງ ດຳເນີນການທົດລອງ ນິວເຄຼຍເມື່ອເດືອນ 2 ຜ່ານມາ. ຕາມວົງການນັກສັງເກດການແລ້ວ, ການກະທຳນີ້ຂອງ ພຽງຢາງ ໄດ້ຮັບຖືວ່າເພື່ຶອໂຕ້ຕອບການຊ້ອມຮົບຮ່ວມທີ່ພວມດຳເນີນໄປລະຫວ່າງ ສ ເກົາຫຼີ - ອາເມລິກາ.
ວັນທີ 15/3, ກະຊວງປ້ອງກັນປະເທດ ອາເມລິກາ ຖະແຫຼງວ່າ: ຈະສະຫງວນ 1 ຕື້ USD ເພື່ອເພີ່ມທະວີຈຳນວນລູກສອນໄຟ ສະກັດຕີ ຢູ່ Alaska ແລະ California ແຕ່ 30 ຂຶ້ນ 44 ລູກໃນທ້າຍປີ 2017. ຕາມທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ແລ້ວ, ເລື່ອງ ອາເມລິກາ ເພີ່ມທະວີການຜັນຂະຫຍາຍລູກສອນໄຟສະກັດຕີ ແມ່ນຍ້ອນການກະທຳຂອງ ສປປ ເກົາຫຼ ໃນໄລຍະມໍ່ໆມານີ້ີ, ໃນນັ້ນລວມມີການທົດລອງ ນິວເຄຼຍເມື່ອເດືອນ 2 ຜ່ານມາຂອງປະເທດນີ້. ແລະກໍ່ໃນວັນດຽວກັນ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ສ ເກົາຫຼີ ກໍ່ຖະແຫຼງວ່າພວມຕິດຕາມບັນດາໄພນາບຂູ່ຈາກ ສປປ ເກົາຫຼີ ຢ່າງໃກ້ຊິດ, ພ້ອມທັງຢັ້ງຢືນວ່າ ພ້ອມແລ້ວທີ່ຈະປ້ອງກັນໃນກໍລະນີເກີດສົງຄາມ.