ສປປ ເກົາຫຼີ ຍິງລູກສອນ ໄຟໄລຍະສັ້ນ 3 ລູກ

ສປປ ເກົາຫຼີ ຍິງລູກສອນ ໄຟໄລຍະສັ້ນ 3 ລູກ - ảnh 1
ການຍິງລູກສອນໄຟຂອງ ສປປ ເກົາຫຼີ ເມື່ອປີ 2009
(ພາບ: AFP)

(vovworld) – ສຳນັກ​ຂ່າວສານ ຊິນ​ຮວາ​ຄັດ​ສະ​ເໜີ​ແຫຼ່ງຂ່າວ​ຂອງ​ສຳນັກ​ຂ່າວສານ ສ ​ເກົາຫຼີ Yonhap ​ໂດຍ​ໃຫ້​ຮູ້​ວ່າ: ວັນ​ທີ 18/5, ສປປ ​ເກົາຫຼີ​ໄດ້​ຍິງ​ລູກ​ສອນ​ໄຟ​ໄລຍະ​ສັ້ນ 3 ລູກ​​ເຂົ້າ​ທະ​ເລ ຍີ່ປຸ່ນ. ກະຊວງ​ປ້ອງ​ກັນ​ປະ​ເທດ ສ ​ເກົາຫຼີ ​ໄດ້​ພົບ​ເຫັນ​ລູກ​ສອນ​​ໄຟ 2 ລູກ​​ໃນ​ຕອນ​ເຊົ້າ ​ແລະ ລູກ​ໜຶ່ງ​ໃນ​ຕອນ​ບ່າຍ. ກະຊວງ​ປ້ອງ​ກັນ​ປະ​ເທດ ສ ​ເກົາຫຼີ ຮັບ​ຮູ້​ວ່າບັນດາ​​ກໍລະນີ​ຍິງ​ລູກ​ສອນ​ໄຟ​ດັ່ງກ່າວ​ອາດ​ຈະ​ນອນ​ໃນ​ຂອບ​ເຂດ​ການ​ຊ້ອມ​ຮົບ ຫຼື ທົດ​ລອງ. ​ເຊີ​ອູ​ນ ພວມລະມັດ​ລະວັງ​ລະດັບສູງ, ກຽມພ້ອມ​ຮັບ​ມື້​ຕໍ່​ບໍ່​ວ່າ​ໄພ​ນາບ​ຂູ່​ໃດໆ. ​ໃນ​ຂະນະ​ນັ້ນ, ສຳນັກ​ຂ່າວສານ ຍີ່ປຸ່ນ Kyodo ​ໃຫ້​ຮູ້​ວ່າ: ​ເຈົ້າ​ໜ້າ​ທີ່ ຍີ່ປຸ່ນ ທ່ານ​ໜຶ່ງຮັບ​ຮູ້​ວ່າ ສປປ ​ເກົາຫຼີ ​ໄດ້​ຍິງ​ລູກ​ສອນ​ໄຟ​ໄລຍະ​ສັ້ນ, ​ແຕ່​ລູກ​ສອນ​ໄຟ​ນີ້​ບໍ່​ຕົກ​ໃສ່​ເຂດ​ນ່ານທະ​ເລ​ຂອງ ຍີ່ປຸ່ນ. ການ​ກະທຳ​ດັ່ງກ່າວ​ຂອງ ສປປ ​ເກົາຫຼີ ຖືກ​ດຳ​ເນີນ​ພາຍຫຼັງ​ການ​ຊ້ອມ​ຮົບ​ທະຫານ​ເຮືອ​ຮ່ວມລະຫວ່າງ ສ ​ເກົາຫຼີ ​ແລະ ອາ​ເມ​ລິ​ກາ ​ໃນ​ອາທິດ​ນີ້, ​ເຊິ່ງຖືກ ພຽງ​ຢ່າງ ຕິຕຽນ​ວ່າ: ​ແມ່ນ​ການ​ກະທຳເກາະ​ຜິດ ​ແລະ “ການ​ຊ້ອມ​ຮົບ​​ເພື່ອ​ສົງຄາ​​ມ”

ຂ່າວ/ບົດ​ອື່ນ