ສປປ ເກົາຫຼີ ຢັ້ງຢືນຍິງລູກສອນໄຟນຳວິຖີໄລຍະກາງໜ້າດິນຕ້ານໜ້າດິນລຸ້ນໃໝ່

(VOVWORLD) - ເຫດຍິງລູກສອນໄຟໄດ້ຮັບການປະຕິບັດໃນຂອບເຂດການຊ້ອມຮົບຂອງບັນດາກົມກອງຂຶ້ນກັບກອງທັບປະຊາຊົນ ສປປ ເກົາຫຼີ (KPA) ແຕ່ວັນທີ 25 ກັນຍາ ຫາວັນທີ 9 ຕຸລາ.
ສປປ ເກົາຫຼີ ຢັ້ງຢືນຍິງລູກສອນໄຟນຳວິຖີໄລຍະກາງໜ້າດິນຕ້ານໜ້າດິນລຸ້ນໃໝ່ - ảnh 1ຊ່ອງໂທລະພາບຂອງ ສ ເກົາຫຼີ ໃຫ້ຂ່າວກ່ຽວກັບການຍິງລູກສອນໄຟຂອງ ສປປ ເກົາຫຼີ (ພາບ:AFP/TTXVN)

ວັນທີ 10 ຕຸລາ, ສຳນັກຂ່າວສານສູນກາງ ສປປ ເກົາຫຼີ (KCNA) ຢັ້ງຢືນວ່າ: ວັດຖຸບິນເຊິ່ງປະເທດນີິ້ຍິງໃນວັນທີ 4 ຕຸລາ ຜ່ານ ຍີ່ປຸ່ນ ແມ່ນລູກສອນໄຟນຳວິຖີໄລຍະກາງໜ້າດິນຕ້ານໜ້າດິນລຸ້ນໃໝ່. ເຫດຍິງລູກສອນໄຟໄດ້ຮັບການປະຕິບັດໃນຂອບເຂດການຊ້ອມຮົບຂອງບັນດາກົມກອງຂຶ້ນກັບກອງທັບປະຊາຊົນ ສປປ ເກົາຫຼີ (KPA) ແຕ່ວັນທີ 25 ກັນຍາ ຫາວັນທີ 9 ຕຸລາ.

        ໃນການຊ້ອມຮົບຮ່ວມນີ້, ສປປ ເກົາຫຼີ ໄດ້ທົດລອງຖານຍິງຫຼາຍເລົາຂະຫນາດໃຫຍ່ ແລະ ບັນດາລູກສອນໄຟນຳວິຖີ ໃນຮຸ່ງເຊົ້າວັນທີ 6 ຕຸລາ. ຕາມ KCNA ແລ້ວ, ການຊ້ອມຮົບໂດຍບັນດາກົມກອງຮັບຜິດຊອບເຄື່ອນໄຫວອາວຸດນິວເຄຼຍຍຸດທະວິທີຜັນຂະຫຍາຍ, ແມ່ນເພື່ອແນໃສ່ກວດກາ ແລະ ຕີລາຄາຄວາມສາມາດນາບຂູ່ ແລະ ໂຈມຕີນິວເຄຼຍຄືນຂອງປະເທດນີ້. ການນຳ Kim Jong-un ໄດ້ຊີ້ນຳ “ໃນສະຖານທີ່ຕົວຈິງ”  ຂອງການຝຶກຊ້ອມການທະຫານຂອງບັນດາກົມກອງອາວຸດນິວເຄຼຍຍຸດທະວິທີ.

ຕອບກັບ

ຂ່າວ/ບົດ​ອື່ນ