ສປປ ເກົາຫຼີ ສວນສະໜາມສະເຫຼີມສະຫຼອງວັນຄ້າຍວັນເກີດການນຳ Kim Il Sung
ພິທີສວນສະໜາມ ຢູ່ສະໜາມຫຼວງ Kim Il Sung
(ພາບ: feng)
(vovworld) - ວັນທີ 15/4, ສປປ ເກົາຫຼີ ໄດ້ເລີ່ມຕົ້ນພິທີສວນສະໜາມຢ່າງສົມກຽດຢູ່ນະຄອນຫຼວງພຽງຢາງ ເພື່ອສະເຫຼີມສະຫຼອງ 100 ປີ ແຫ່ງວັນຄ້າຍວັນເກີດຂອງອະດີດປະທານ Kim Il Sung, ຜູ້ເຖິງມໍລະນະກຳເມື່ອປີ 1994. ບັນດາຮູບພາບໂດຍໂທລະພາບແຫ່ງຊາດ ສປປ ເກົາຫຼີ (ຫຼື KCTV) ແຜ່ພາບໃຫ້ເຫັນວ່າ ມີປະຊາຊົນນັບໝື່ນໆຄົນໄດ້ເຂົ້າຮ່ວມພິທີສວນສະໜາມດ້ວຍຂອບຂະໜາດໃຫຍ່ສຸດນັບແຕ່ກອ່ນມາ ຢູ່ສະໜາມຫຼວງ Kim Il Sung. ການນຳຄົນໃໝ່ຂອງ ສປປ ເກົາຫຼີ ທ່ານ Kim Jong Ul ກໍໄດ້ເຂົ້າຮ່ວມ ແລະ ມີບົດກ່າວປາໄສທຳອິດໃນຖະນະຕຳແໜ່ງເປັນການນຳສູງສຸດຂອງປະເທດ, ຜູ້ນຳສູງສຸດຂອງພັກ, ລັດຖະບານ ແລະ ກອງທັບ.