ສປປ ເກົາຫຼີ ອາດຈະທົດລອງນິວເຄຼຍ ໃນອາທິດໜ້າ

ສປປ ເກົາຫຼີ ອາດຈະທົດລອງນິວເຄຼຍ ໃນອາທິດໜ້າ - ảnh 1
(ພາບປະ​ດອບ)

( vovworld ) –  ​ວັນທີ 25/4, ເຈົ້າໜ້າທີ່ປ້ອງກັນຄວາມສະຫງົບພາກພື້ນຕາເວັນ ອອກໄກ ປາຊີຟິກ ຂຶ້ນ​ກັບລັດເຊຍ ໃຫ້ຮູ້ວ່າ: ລັດເຊຍ ໄດ້ຍົກອອກ ລະດັບກ່າວເຕືອນຄວາມສະຫງົບປອດໄພ ຍ້ອນວ່າ ໃນອາທິດໜ້າ, ສປປ ເກົາຫຼີ ຈະດຳເນີນການທົດລອງນິວເຄຼຍຢູ້ໃຕ້ດິນຄັ້ງທີ 3. ເຈົ້າໜ້າທີ່ຜູ້ນີ້ຖືວ່າ ມີຫຼາຍ ຂໍ້ອ້າງອີງເພື່ອຍົກອອກຄຳຄາດຄະເນດັ່ງກ່າວ ພ້ອມທັງສະແດງໃຫ້ເຫັນ ຄວາມວິຕົກ ກັງວົນກ່ຽວກັບຈຸດເວລາທີ່ພຽງຢາງ ຈະດຳເນີນການທົດລອງນິຍເຄຼຍ. ກ່ອນໜ້ານັ້ນ, ວັນທີ 24/4, ຫົວໜ້າເສນາທິການໃຫ່ຍບັນດາກຳລັງ ປະກອບອາວຸດລັດເຊຍ,  ນາຍພົນ Nikolai Makarov ໄດ້ຊີ້​ແຈ້ງວ່າ ໂຄງການທົດລອງອາວຸດ ນິວເຄຼຍຂອງພຽງຢາງ ຄືດັ່ງໄພນາບຂູ່. ນີ້ຖືກຖືວ່າ ແມ່ນສານທີ່ແຂງແຮງກ່ວາ ຂອງມົດສະກູ ເພື່ອແນໃສ່ຊຸກຍູ້ພຽງຢາງ ຈົ່ງຈຳກັດບັນດາການເຄືອ່ນໄຫວ ທີ່ກ່ຽວຂ້ອງເຖິງໂຄງການນິວເຄຼຍ.

 

 

 

ຂ່າວ/ບົດ​ອື່ນ