ສປປ ເກົາຫຼີ ຮັກສາ ແຜນການຍິງດາວທຽມ
ພາບປະກອບ
|
(vovworld) - ວັນທີ 18/3, ສປປ ເກົາຫຼີ ຖະແຫຼງວ່າ: ແຜນການຍິງດາວທຽມສັງເກດໜ່ວຍໂລກ Kwangmyongsong 3 ໃນເດືອນ 4 ຈະມາເຖິງແມ່ນສິດຖືກຕ້ອງຕາມ ກົດໝາຍຂອງປະເທດນີ້, ພ້ອມທັງປະຕິເສດບັນດາຄຳກ່າວຫາທີ່ຖືວ່າ: ນີ້ແມ່ນການກະທຳເພື່ອແນໃສ່ປົກປິດເຫດການຍິງລູກສອນໄຟທົດລອງ. ໃນບົດນຳຂອງສຳນັກຂ່າວສານສູນກາງ ສປປ ເກົາຫຼີ (ຫຼື KCNA), ມີຕອນຂຽນວ່າ “ພັດທະນາສັນຕິພາບ ແລະ ການນຳໃຊ້ໂລກຈັກກະວານແມ່ນສິດຖືກຕ້ອງຕາມກົດໝາຍຂອງປະເທດໜຶ່ງທີ່ອະທິປະໄຕ. ເລື່ອງຍິງດາວທຽມ ເພື່ອຄົ້ນຄ້ວາວິທະຍາສາດ ແລະ ນຳໃຊ້ໂລກຈັກກະວານໃຫ້ແກ່ການພັດທະນາເສດຖະກິດອາດຈະບໍ່ແມ່ນສິດຜູກຂາດຂອງປະເທດໃດໜຶ່ງອີກ”. ກ່ອນໜ້ານັ້ນ, ສປປ ເກົາຫຼີ ຖະແຫຼງວ່າ: ພ້ອມແລ້ວທີ່ເຊື້ອເຊີນນັກສັງເກດການສາກົນມາເພື່ອຕິດຕາມກວດກາເຫດການຍິງດາວທຽມ.