ທ່ານ Han Sung – ryol, ຮອງລັດຖະມົນຕີການຕ່າງປະເທດ ສປປ ເກົາຫຼີ
(ພາບ: AP/TTXVN)
|
(vovworld) - ວັນທີ 30/4, ສຳນັກຂ່າວສານ ສປປ ເກົາຫຼີ (KCNA) ໃຫ້ຮູ້ວ່າ: ທ່ານ Han Sung – ryol, ຮອງລັດຖະມົນຕີການຕ່າງປະເທດ ສປປ ເກົາຫຼີ ມີການພົບປະກັບທ່ານເອກອັກຄະລັດຖະທູດ ລັດເຊຍ Alexander Matsegola ຢູ່ ພຽງຢາງ ເພື່ອພ້ອມກັນແລກປ່ຽນກ່ຽວກັບສະພາບຄວາມເຄັ່ງຕຶງໃນແຫຼມ ເກົາຫຼີ ໃນປະຈຸບັນ. ທີ່ການພົບປະ, ທ່ານຮອງລັດຖະມົນຕີການຕ່າງປະເທດ Han Sung – ryol ໃຫ້ຮູ້ວ່າ: ສປປ ເກົາຫຼີ ຄັດຄ້ານບັນດາກົນອຸບາຍເພີ່ມທະວີກຳລັງອາວຸດຍຸດທະສາດ ແລະ ບັນດາການຊ້ອມຮົບຮ່ວມດ້ວຍຂອບຂະໜາດໃຫຍ່ພວມຖືກດຳເນີນເພື່ອຕ້ານຄືນປະເທດນີ້ ແລະ ຖືນັ້ນແມ່ນສາຍເຫດພາໄປເຖິງຄວາມເຄັ່ງຕຶງໃນແຫຼມ ເກົາຫຼີ. ທ່ານຮອງລັດຖະມົນຕີ Han Sung – ryol ສະແດງຫຼັກໝັ້ນຢ່າງຈະແຈ້ງວ່າ ຕໍ່ໜ້າໄພນາບຂູ່ບຸກໂຈມຕີດ້ວຍອາວຸດນິວເຄຼຍຂອງ ອາເມລິກາ, ສປປ ເກົາຫຼີ ຈະສືບຕໍ່ເລືອກເຟັ້ນມາດຕະການເພີ່ມທະວີກຳລັງແຮງນິວເຄຼຍ ເພື່ອປົກປ້ອງສັນຕິພາບ ແລະ ອະທິປະໄຕຂອງ ສປປ ເກົາຫຼີ. ສ່ວນທ່ານເອກອັກຄະລັດຖະທູດ Alexander Matsegola ໄດ້ສະແດງການແບ່ງປັນຫຼັກໝັ້ນຂອງ ສປປ ເກົາຫຼີ ແລະ ປາດຖະໜາຢາກໃຫ້ສະພາບການໃນແຫຼມ ເກົາຫຼີ ຫລຸດຜ່ອນຄວາມເຄັ່ງຕຶງລົງໂດຍໄວ.