ຄະນະນັກຂ່າວສານກົນ ລົງກວດກາການກະກຽມຍິງດາວທຽມ
ພາບ:internet
|
(vovworld) - ວັນທີ 10/4 ສຳນັກຂ່າວສານ AFP ໄດ້ຄັດຄຳເວົ້າຂອງທ່ານ Ryu Hum Chol ຫົວຫນ້າກົມພັດທະນາຍ່ານເວຫາ ສັງກັດຄະນະກຳມະການເຕັກໂນໂລຊີອາວະກາດ ສປປ ເກົາຫລີ ໃຫ້ຮູ້ວ່າ: ວັນທີ 10/4 ພຽງຢາງ ຈະຕິດຕັ້ງດາວທຽມເທິງລູກສອນໄຟສຳເລັດ. ກ່ອນຫນ້ານັ້ນ ປະເທດນີ້ ໄດ້ຈັດຕັ້ງຄະນະນັກຂ່າວສາກົນລົງກວດກາວິວັດການກະກຽມໃຫ້ແກ່ກໍລະນີຍິງດາວທຽມສັງເກດຫນ່ວຍໂລກຢູ່ປ້ອມດາວທຽມ Sohae ທາງທິດຕາເວັນຕົກສຽງເຫນືອຂອງ ສປປ ເກົາຫລີ. ຄະນະນັກຂ່າວກໍໄດ້ພາໄປເຖິງສູນອາວະກາດTongchang ri ເພ່ືອເຫັນປະຈັກຕາລູກສອນໄຟ Unha 3 ຊຶ່ງຕາມຝ່າຍ ສປປ ເກົາຫລີ ແລ້ວ ນັ້ນບໍ່ແມ່ນລູກສອນໄຟນຳວິຖີຄືດັ່ງຄຳກ່າວຜູກໂທດຂອງ ອາເມລິກາ ແລະ ບັນດາປະເທດພັນທະມິດ.
ໃນວັນດຽວກັນ, ທ່ານ Leon Paneta ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ແລະ ຄູ່ຕຳແຫນ່ງ ສເກົາຫລີ Kim Kwan Jin ໄດ້ມີການພົບປະ, ປຶກສາຫາລື ກ່ຽວກັບບັນດາຄວາມມານະພະຍາຍາມລວມເພື່ອປົກປັກຮັກສາ ເຊີອູນ ໃນສະພາບຄວາມເຄັ່ງຕຶງເພີ່ມຂຶ້ນຍ້ອນແຜນການຍິງດາວທຽມຂອງ ສປປ ເກົາຫລີ.