ສປປ.ເກົາຫຼີ ຊຸກຍູ້ ອາເມລິກາ ຮັບບັນດາຄຳຮຽກຮ້ອງຕ້ອງການເພື່ອເຊື່ອມຕໍ່ການເຈລະຈາຄືນໃໝ່
(VOVWORLD) -ວັນທີ 11 ມັງກອນ, ສຳນັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA) ໃຫ້ຮູ້ວ່າ ທ່ານ Kim Jong-un ການນຳສປປ.ເກົາຫຼີ ໄດ້ຮັບ ຈົດໝາຍອວຍພອນວັນຄ້າຍວັນເກີດຈາກ ທ່ານ Donald Trump ປະທານາທິບໍດີ ອາເມລິກາ, ແຕ່ທ່ານກໍ່ຊີ້ແຈ້ງ ວ່າ ພຽງຢາງຈະບໍ່ກັບຄືນໂຕະເຈລະຈາ.
ທ່ານ Kim Jong-un ການນຳສປປ.ເກົາຫຼີ ແລະ ທ່ານ Donald Trump ປະທານາທິບໍດີ ອາເມລິກາ
(ພາບ: TTXVN)
|
KCNA ໄດ້ຄັດສະເໜີຄຳຖະແຫຼງຂອງທ່ານ Kim Kye Gwan ທີ່ປຶກສາຂອງກະຊວງການຕ່າງປະເທດ ສປປ.ເກົາຫຼີ ເນັ້ນໜັກວ່າ: ການນຳ Kim Jong-un ອາດຈະມີຄວາມເປັນມິດກັບທ່ານ ປະທານາທິບໍດີ ອາເມລິກາ, ແຕ່ວ່າ ໂດຍບໍ່ຫົວຊາຕໍ່ການພົວພັນອັນດີງາມລະຫວ່າງການນຳສອງປະເທດ, ບັນດາການເຈລະຈາລະຫວ່າງ ສອງຝ່າຍ ອາດຈະເຊື່ອມຕໍ່ຄືນໃໝ່ໄດ້ ພາຍຫຼັງທີ່ ວໍຊິງຕັນ “ຍອມຮັບທຸກໆຂໍ້ຮຽກຮ້ອງຂອງ ພຽງຢາງ”. ຕາມທ່ານແລ້ວ, ນັບແຕ່ນີ້ຮອດຈຸດເວລານັ້ນ, ສປປ.ເກົາຫຼີ ຈະບໍ່ເຂົ້າຮ່ວມ ບໍ່ວ່າການເຈລະຈາໃດໆ ກ່ຽວກັບ ເລື່ອງພຽງຢາງ ມ້າງທຳລາຍ ຮາກຖານນິວເຄຼຍຂອງ ຕົນ ເພື່ອແລກເອົາເລື່ອງ ອາເມລິກາ ໂຍະຍານບັນດາຄຳສັ່ງລົງໂທດສຳລັບປະເທດນີ້.